ສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ແຂ່ງຂັນກິລາສາມັກຄີ

ພ.ຈ. 18, 2026

(ສພຊ) – ວັນທີ 16 ພະຈິກ 2026, ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ສສ.ຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງ ຊາດ ສປປລາວ ຄັ້ງທີ XIII, ຄະນະຜູ້ແທນໄດ້ເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາສາມັກຄີມິດຕະພາບລະຫວ່າງສອງຫ້ອງວ່າການ ທີ່ຈັດຂຶ້ນຢູ່ແຂວງເຫງະອານ ເຊິ່ງມີ 3 ປະເພດກິລາຄື: ບານເຕະຫາດຊາຍ, ດຶງເຊືອກ ແລະ ແລ່ນໄຖ່; ການແຂ່ງຂັນກິລາຄັ້ງນີ້ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມດັ່ງກ່າວ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງລະຫວ່າງພະນັກງານ-ລັດຖະກອນສອງຫ້ອງວ່າການ ໃຫ້ເຂົ້າສູ່ລົງເລິກ ແລະ ສະໜິດສະໜົມຍິ່ງໆຂຶ້ນ.