(ສພຊ) – ວັນທີ 15 ພະຈິກ 2026, ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ສສ.ຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດ ສປປລາວ ຄັ້ງທີ XIII, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ຈູດທູບເພື່ອລະນຶກເຖິງປະທານ ໂຮ່ຈີມິນ ທີ່ສະຖານປະຫວັດສາດພິເສດແຫ່ງຊາດ ກິມລຽນ ແລະ ສະແດງຄວາມເຄົາລົບນັບຖືຕໍ່ວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ສຸສານນັກຮົບວິລະຊົນສາກົນ ຫວຽດນາມ-ລາວ, ແຂວງເຫງະອານ.


