ພົບປະ​ສອງຝ່າຍຫ້ອງວ່າການສະພາແຫ່ງຊາດ​ ລາວ-ຫວຽດນາມ

ພ.ຈ. 16, 2026

        (ສພຊ) – ຕອນບ່າຍວັນທີ 14 ພະຈິກ ທີ່ສະພາແຫ່ງຊາດຫວຽດນາມ, ນະຄອນຫຼວງຮ່າໂນ້ຍ, ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະຢ່າງເປັນທາງການກັບສະຫາຍ ເລ ກວາງ ແໝ້ງ ກໍາມະການສູນກາງພັກ, ເລຂາທິ ການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໂດຍມີສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສ.ຫວຽດນາມ ເຂົ້າຮ່ວມ; ສະຫາຍ ບຸນຈັນ ສີວົງພັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີ ຈິດມິດຕະພາບອັນດູດດື່ມຖານສະຫາຍອ້າຍນ້ອງ ໃນໂອກາດນໍາພາຄະນະ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຢູ່ປະເທດຫວຽດນາມ ໃນລະຫວ່າງ 13-17 ພະຈິກ 2026.

        ສອງຝ່າຍຕີລາຄາສູງຕໍ່ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ມີຜົນປະໂຫຍດອັນແທ້ຈິງໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ມີປະສິດທິຜົນສູງສຸດ, ພ້ອມທັງຮ່ວມກັນສະຫຼຸບຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ໂດຍສະເພາະການຈັດຕັ້ງປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ສະບັບປີ 2022 ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ຫາຍາກ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

         ເພື່ອຊຸກຍູ້ການຮ່ວມມືໃນຕໍ່ໜ້າໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ສອງຝ່າຍຈະສືບຕໍ່ປະສານສົມທົບການຢ່າງແໜ້ນແຟ້ນ ໃນການຈັດຕັ້ງຜັນຂະຫຍາຍຜົນການພົບປະເຮັດວຽກລະຫວ່າງປະທານສະພາແຫ່ງຊາດລາວ ແລະ ປະທານສະພາແຫ່ງຊາດຫວຽດນາມ ທີ່ຫາກໍສໍາເລັດໃນຕົ້ນເດືອນພະຈິກນີ້ ກໍຄືການຊຸກຍູ້ການໄປມາຫາສູ່ເຊິ່ງກັນແລະກັນ ລະຫວ່າງສະພາປະຊາຊົນແຂວງທີ່ມີຊາຍແດນຕິດຈອດກັນ, ບັນດາແຂວງແຮກສ່ຽວ; ແລກປ່ຽນບົດຮຽນໃນການປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດໜຸ່ມ, ສະມາຊິກສະພາແຫ່ງຊາດເພດຍິງ ແລະ ຄະນະມິດຕະພາບລັດຖະສະພາ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ; ຄົ້ນຄວ້າປັບປຸງບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ຈະສິ້ນສຸດການນໍາໃຊ້ໃນປີ 2027 ໃຫ້ມີເນື້ອໃນຮັດກຸມ ແລະ ແທດເໝາະກັບສະພາບການຕົວຈິງໃນໄລຍະໃໝ່ ເພື່ອກ້າວໄປສູ່ການລົງນາມຮ່ວມກັນ; ຮ່ວມກັນປຶກສາຫາລື ເພື່ອເປັນເສນາທິການໃຫ້ແກ່ສະພາແຫ່ງຊາດສອງປະເທດ ໃນການສ້າງກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027 ດ້ວຍການແລກປ່ຽນສານອວຍພອນຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ ໂດຍຕິດພັນກັບການຈັດກອງປະຊຸມແລກປ່ຽນບົດຮຽນ, ປາຖະກະຖາເລົ່າມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ ເພື່ອໃຫ້ຄົນຮຸ່ນໜຸ່ມ, ພິເສດແມ່ນສະມາຊິກສະພາແຫ່ງຊາດໜຸ່ມ ໄດ້ເຊື່ອມຊຶມ ແລະ ສືບທອດມູນມໍລະດົກດັ່ງກ່າວ ພ້ອມທັງແລກປ່ຽນສິລະປະ-ວັດທະນະທໍາ, ຈັດງານວາງສະແດງຮູບພາບປະຫວັດສາດແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ກິດຈະກຳອື່ນໆ; ຝຶກອົບຮົມພາສາຫວຽດນາມໃຫ້ແກ່ພະນັກງານສະພາແຫ່ງຊາດລາວ ເພື່ອສ້າງເປັນເສນາທິການໃນການພົວພັນປະສານງານລະຫວ່າງສອງອົງການນິຕິບັນຍັດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ສອງຝ່າຍຈະສືບຕໍ່ເພີ່ມທະວີການພົວພັນປະສານງານ ແລະ ຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະການສ້າງບັນດາແຜນງານ, ໂຄງການ ແລະ ກິດຈະກຳລະອຽດ ທີ່ຍັງບໍ່ທັນໄດ້ປະຕິບັດຕາມທີ່ໄດ້ຕົກລົງໃນບົດບັນທຶກຊ່ວຍຈໍາ.

        ຈາກນັ້ນ, ສະຫາຍ ບຸນຈັນ ສີວົງພັນ ໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບສະຫາຍ ໂດ໋ ວັນ ຈຽນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດ ນາມ ໂດຍສະຫາຍ ໂດ໋ ວັນ ຈຽນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຢູ່ ສສ.ຫວຽດນາມ ຄັ້ງນີ້ ເຊິ່ງການພົວພັນຮ່ວມມືສອງສະພາແຫ່ງຊາດ ກໍຄືສອງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງຂຶ້ນ ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຂອງການນໍາຂັ້ນສູງ ນັບແຕ່ສູນກາງຮອດທ້ອງຖິ່ນ; ສະຫາຍຍັງໄດ້ອວຍພອນໃຫ້ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຫ້ອງວ່າການສະພາແຫ່ງຊາດລາວ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

         ສະຫາຍ ບຸນຈັນ ສີວົງພັນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ໂດ໋ ວັນ ຈຽນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງໃນການມາເຄື່ອນໄຫວວຽກງານຢູ່ ສສ.ຫວຽດນາມ ຄັ້ງນີ້, ພ້ອມທັງລາຍງານຜົນການພົບປະສອງຝ່າຍກັບຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຜົນສຳເລັດກອງປະຊຸມສຳມະນາແລກປ່ຽນບົດຮຽນລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ; ພ້ອມດຽວກັນນັ້ນ, ກໍສະແດງຄວາມພາກພູມໃຈທີ່ເຫັນວ່າການມາຢ້ຽມຢາມຫວຽດນາມແຕ່ລະຄັ້ງ ໄດ້ເຫັນບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ, ໜ້າສັນລະເສີນ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ.

          ໃນ​ຕອນທ້າຍ, ການນໍາທັງສອງສະຫາຍ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.

                       (ນາງ ອານິຕາ ມ່ວນສະຫວັດ)