ສະພາປະຊາຊົນແຂວງ ປະກາດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ

ພ.ຈ. 13, 2026

ວັນທີ 13 ພະຈິກ 2026 ນີ້. ສະພາປະຊາຊົນແຂວງ ໄດ້ຈັດພີທີປະກາດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ສະພາປະຊາຊົນແຂວງ. ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ມີບັນດາສະຫາຍຄະນະພັກ-ຄະນະນໍາ ພ້ອມດ້ວຍສະມາຊິກພັກພາຍໃນສະພາປະຊາຊົນແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.   ໃນພິທີ ສະຫາຍ ແກ້ວວັນນາ ສີຫາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ນາງ ອ່ອນໃສ ມຽງລາວັນ ເປັນເລຂາຄະນະພັກຮາກຖານສະພາປະຊາຊົນແຂວງ, ແຕ່ງຕັ້ງ ສະະຫາຍ ນາງ ແສງອາລຸນ ວົງສາທິການ ເປັນເລຂາໜ່ວຍພັກຄະນະກໍາມະການເສດຖະກິດ ແລະ ການເງີນ, ສະຫາຍ ນາງ ສຸວິໄລ ວຽງໄຊ ເປັນເລຂາໜ່ວຍພັກຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ສະຫາຍ ພົງສະຫວັນ ພົມມະວົງ ເປັນເລຂາໜ່ວຍພັກຄະນະຫ້ອງວ່າການສະພາປະຊາຊົນແຂວງ.    ໂອກາດດັ່ງກ່າວ, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ໃຫ້ກຽດມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ໃຫ້ແກ່ບັນດາສະຫາຍທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ພິທີ ໂດຍສະຫາຍໄດ້ເນັ້ນໜັກວ່າ: ການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສາມາດນໍາພາ-ຊີ້ນໍາ ວຽກງານໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ. ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ສູງຂຶ້ນກວ່າເກົ່າ; ຍຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ; ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ຕັດສິນໃຈແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເດັດຂາດ. ພ້ອມທັງຖືເອົາວຽກງານພັກ-ພະນັກງານ ເປັນວຽກງານໃຈກາງທີ່ສໍາຄັນ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນເປັນກົກ ແລະ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ແລະ ນິຕິກໍາສໍາຄັນຂອງພັກ-ລັດ ໃຫ້ເຂົ້າສູ່ວຽກງານຕົວຈິງຢ່າງເປັນປົກກະຕິ ແລະ ມີປະສິດທິຜົນສູງ.

#ວິນັດ