(ສພຊ) – ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງສະຫາຍ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງສະມາຄົມມິດຕະພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຊິ່ງໄດ້ສັງລວມຜົນງານທີ່ຍາດມາໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການທູດປະຊາຊົນ ສາມາດປະກອບສ່ວນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງປະຊາຊົນລາວ ກັບ ປະຊາຊົນບັນດາປະເທດຄູ່ຮ່ວມມື ໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໂດຍແຕ່ງຕັ້ງ:
ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ຫວຽດນາມ ຂັ້ນສູນກາງ;
ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກໍາມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ເປັນປະທານສະມາຄົມມິດຕະພາບ ລາວ – ຈີນ ຂັ້ນສູນກາງ;
ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເປັນປະທານສະມາຄົມມິດຕະພາບ ລາວ – ສປປເກົາຫຼີ;
ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ກູບາ;
ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ – ກໍາປູເຈຍ ຂັ້ນສູນກາງ;
ສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານສະມາຄົມມິດຕະພາບ ລາວ – ລັດເຊຍ;
ສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ລາວ – ສ.ເກົາຫຼີ;
ສະຫາຍ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານສະມາຄົມມິດຕະພາບ ລາວ – ຍີ່ປຸ່ນ;
ສະຫາຍ ພູທອນ ເມືອງປາກ ອະດີດຮອງລັດຖະມົນຕີກະຊວງສາທາລະນະສຸກ, ອະດີດປະທານອົງການກາແດງແຫ່ງຊາດລາວ ເປັນປະທານສະມາຄົມມິດຕະພາບ ລາວ – ເຢຍລະມັນ;
ສະຫາຍ ສົມມາດ ພົລເສນາ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ ເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ.
ໃນໂອກາດນີ້, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ຍາດມາໄດ້ ແລະ ເຊື່ອໝັ້ນວ່າຄະນະບໍລິຫານງານຊຸດໃໝ່ ຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການຕ່າງປະເທດ ກໍຄືວຽກງານການທູດປະຊາຊົນ ທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງປະຊາຊົນລາວກັບບັນດາປະເທດຄູ່ຮ່ວມມື ໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

