(ສພຊ) – ຕອນບ່າຍວັນທີ 2 ພະຈິກນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເດີນທາງຮອດນະຄອນຫຼວງຮ່າໂນ້ຍ ເພື່ອເລີ່ມຕົ້ນການຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ 2026.
ອອກຕ້ອນຮັບທີ່ສະໜາມບິນໂດຍສະຫາຍ ພົທ. ຫງວຽນ ຢວານ ແອັງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ, ຝ່າຍລາວມີສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈຳ ສສ.ຫວຽດນາມ ພ້ອມດ້ວຍຄະນະ.

ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ສອນໄຊ ສີພັນດອນ ໃນຖານະປະທານສະພາແຫ່ງຊາດ ນັບຕັ້ງແຕ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ໃນວັນທີ 5 ຕຸລາ 2026.
ການຢ້ຽມຢາມເກີດຂຶ້ນທ່າມກາງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄືລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ເຊິ່ງສືບຕໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາດ້ວຍເປົ້າໝາຍ ແລະ ວິໄສທັດໃໝ່.
ນີ້ຍັງເປັນໂອກາດສຳລັບການນຳຂັ້ນສູງຂອງສະພາແຫ່ງຊາດສອງປະເທດ ເພື່ອເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການໃນການເຄື່ອນໄຫວທາງດ້ານນິຕິບັນຍັດ, ການຕິດຕາມກວດກາ ແລະ ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ; ພ້ອມກັນນັ້ນ, ກໍສົ່ງເສີມການຮ່ວມມືທີ່ໜັກແໜ້ນ ແລະ ມີປະສິດທິຜົນ ລະຫວ່າງສອງອົງການນິຕິບັນຍັດ ໃຫ້ນັບມື້ນັບແຕກດອກອອກຜົນ.

ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງການນຳລະດັບສູງຂອງທັງສອງປະເທດ ທີ່ຈະສືບຕໍ່ເສີມສ້າງ ແລະ ພັດທະນາສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິພາບ ແລະ ຍືນຍົງ; ເປັນຊັບສິນຮ່ວມທີ່ລ້ຳຄ່າຂອງທັງສອງປະເທດ ແລະ ເປັນການປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ແລະ ການພັດ ທະນາໃນພາກພື້ນ ແລະ ໃນໂລກ.
ໃນປີ 2027, ສອງປະເທດຈະສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2027) ແລະ ວັນຄົບຮອບ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2027); ໃນສະພາບການນີ້, ການຢ້ຽມຢາມແມ່ນໂອກາດທີ່ສຳຄັນສຳລັບສອງຝ່າຍ ໃນການແລກປ່ຽນທັດສະນະກ່ຽວກັບທິດທາງຍຸດທະສາດ ແລະ ມາດຕະການຕ່າງໆ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍ, ຕອບສະໜອງຄວາມຕ້ອງການດ້ານການພັດທະນາໃນໄລຍະໃໝ່.
(ຄັດຈາກເພຈເຟສບຸກ: ຜູ້ແທນປະຊາຊົນຫວຽດນາມ)

