ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງຫລວງນໍ້າທາ ຊຸກຍູ້ວຽກງານ ຢູ່ເຂດເລືອກເມືອງນາແລ

ຕ.ລ. 29, 2026

ໃນວັນທີ 28 ຕຸລາ 2026 ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຢູ່ເມືອງນາແລ,ໃນນີ້ ໄດ້ເປີດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ຢູ່ສະໂມສອນຂອງຫ້ອງການສຶກສາ ແລະ ກິລາເມືອງ ໂດຍເປັນປະທານຂອງທ່ານ ອີງ ແສງທາລາ ສະມາຊິກສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຄໍາພູ ນ້ອຍມະນີສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ແນວລາວສ້າງຊາດ, ບັນດາຫ້ອງການທີ່ກ່ຽວຂ້ອງຂົງເຂດວັດທະນາທໍາ ແລະ ຊົນເຜົ່າເມືອງ, ປະທານ, ຮອງປະທານຕາແສງ,  ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າ ຮ່ວມຢ່າງພ້ອມພຽງ.

ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ໃຫ້ສອດຄອງກັບແນວທາງນະໂຍບາຍພັກ, ລັດຖະທຳມະນູນ, ກົດໝາຍ, ດຳລັດ 315/ລບ, ລົງ ວັນທີ16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ໃນຂົງເຂດບັນດາເຜົ່າ;  ລົງຕິດຕາມກວດກາການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ – ສັງຄົມທີ່ມີຜົນກະທົບຕໍ່ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຕິດຕາມກວດກາ ແລະ ຊຸກຍູ້ເກັບກຳສະພາບ, ຂໍ້ມູນຕົວຈິງກ່ຽວກັບການເກັບຄ່າທໍານຽມຄ່າລົງທະ ບຽນເຂົ້າຮຽນຂອງຂົງເຂດສຶກສາທິການ ແລະ ກິລາ; ພ້ອມດຽວກັນ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ ຢູ່ພາຍໃນເມືອງ, ຂໍ້ສະດວກ, ບັນຫາທີ່ພົບຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດເຫັນຢ່າງມີຈຸດສຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບກວ່າເກົ່າ.

ໂອກາດນີ້ ສະພາປະຊາຊົນແຂວງ ຍັງໄດ້ນໍາອຸປະກອນການຮຽນຄື: ປຶ້ມຕໍາລາຮຽນປະຖົມ 19 ຫົວ , ປື້ມຂຽນ 1500 ຫົວ ແລະ ບິກຂຽນ 1500 ກ້ານ, ລົງມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອນໍາລົງມອບຕໍ່ໃຫ້ນ້ອງນັກຮຽນບັນດາໂຮຽຮຽນທີ່ຂາດເຂີນ ໄດ້ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍໃຫ້ກຽດມອບຂອງ ທ່ານ ອີງ ແສງທາລາ ແລະ ກ່າວຮັບຂອງທ່ານ ຈໍາປາ ຄໍາແຂງສີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.

ຂ່າວ ວັນນີ ແຝງບົວວັນ