(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ພິຈາລະນາໜັງສືສະເໜີຂອງລັດຖະບານຈຳນວນໜຶ່ງ, ແຜນການການເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ, ຄວາມຄືບໜ້າການກະກຽມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ ຄັ້ງທີ 47 (The 47th AIPA General Assembly) ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງມະນິລາ, ປະເທດຟີລິບປິນ, ແຜນການຕ້ອນຮັບຄະນະຜູ້ແທນຂັ້ນສູງຕ່າງປະເທດຈຳນວນໜຶ່ງ, ພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປລາວ ກັບ ສ.ເກົາຫຼີ; ກອງປະຊຸມຍັງໄດ້ຕີລາຄາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ແລະ ການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ
