(ສພຊ) – ກອງປະຊຸມຄົບຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ປະຈຳປີ 2026 ໄດ້ຈັດເມື່ອວັນທີ 22 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ພົຈວ. ສຸລິໄຊ ພິຈິດ ກໍາມະການສຳຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການ ສພຊ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະ ການສັງກັດ ກປຊສ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານສະຫະພັນນັກຮົບເກົ່າລາວ, ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສູນກາງ, ຕາງໜ້າສອງກອງບັນຊາການ (ທະຫານ, ຕຳຫຼວດ) ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ບົດລາຍງານຂອງກະຊວງປ້ອງກັນປະເທດ (ຫົວຂໍ້: ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕໍ່ຂົງເຂດວຽກງານຍຸຕິທໍາພາຍໃນກອງທັບ ເປັນຕົ້ນ ການດໍາເນີນຄະດີ, ການປະຕິບັດຄໍາຕັດສິນຂອງສານທະຫານ, ການຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງ, ຄໍາສະເໜີຂອງອົງການຈັດຕັ້ງລັດ, ບຸກຄົນ ແລະ ນິຕິບຸກຄົນ ຕໍ່ກອງທັບ ໃນໄລຍະຜ່ານມາ), ກະຊວງປ້ອງກັນຄວາມສະຫງົບ (ຫົວຂໍ້: ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານມ້າງທຳລາຍກຸ່ມແກ້ງສະແກມເມີ ແລະ ບັນຫາອາຊະຍາກຳທາງໄຊເບີ ແລະ ພະນັນອອນລາຍ, ການຄຸ້ມຄອງວັດຖຸຂອງກາງຄະດີທີ່ຍຶດມາໄດ້ຈາກການກະທຳຜິດ), ສະຫະພັນນັກຮົບເກົ່າລາວ (ຫົວຂໍ້: ຍົກສູງບົດບາດຂອງນັກຮົບເກົ່າ ໃນການເປັນແບບຢ່າງ, ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກໍາລັງປະກອບອາວຸດປະຕິວັດ ຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຢູ່ສູນກາງ ແລະ ທ້ອງຖິ່ນ); ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ຮັບຮອງເອົາມະຕິກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການເຄື່ອນໄຫວວຽກງານ ໃນ 1 ປີຜ່ານມາ ພ້ອມທັງເນັ້ນໜັກບາງດ້ານດັ່ງນີ້:
1. ດ້ານນິຕິບັນຍັດ: ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ໂດຍມີການເຂົ້າຮ່ວມເພື່ອຕິດຕາມກວດກາແຕ່ຫົວທີ.
2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ: ເພີ່ມທະວີການປະສານສົມທົບວຽກງານລະຫວ່າງກຳມາທິການ ແລະ ບັນດາກະຊວງ, ອົງການ ເພື່ອປຶກສາຫາລືວຽກງານຕ່າງໆໃນຂົງເຂດ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ໃຫ້ເປັນປົກກະຕິ ເພື່ອມີຄວາມເອກະພາບໃນການນໍາເອົາບັນຫາສໍາຄັນຕ່າງໆ ເຂົ້າມາພິຈາລະນາຢູ່ກອງປະຊຸມ ສພຊ ແລະ ຄປຈສພຊ ໃຫ້ຮັບປະກັນຄຸນນະພາບ ແລະ ທັນຕາມກຳນົດເວລາ.
3. ດ້ານການຕິດຕາມກວດກາ: ສືບຕໍ່ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍ ຫຼື ການປະຕິບັດໜ້າທີ່ການເມືອງຂອງກຳລັງ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ໂດຍຊຸກຍູ້ຄະນະປະສານງານແຕ່ລະພາກສ່ວນ ສົ່ງບົດສະຫຼຸບ-ແຜນການ ຢ່າງປົກກະຕິ ຕິດພັນກັບການລົງຕິດຕາມກວດກາຢູ່ບັນດາກົມກອງ, ທ້ອງຖິ່ນຕົວຈິງ.
4. ດ້ານການສ້າງຄວາມເຂັ້ມແຂງ: ສືບຕໍ່ປັບປຸງການຈັດຕັ້ງຂັ້ນກົມ, ພະແນກ ໂດຍປະກອບບຸກຄະລາກອນຢ່າງພຽງພໍ ຕິດພັນກັບຈັດຕັ້ງການຝຶກອົບຮົມຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄຸນນະພາບ, ປັບປຸງກົນໄກການປະສານງານກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ນັບທັງພາຍໃນ ແລະ ນອກ ສພຊ ໃຫ້ກົມກຽວຍິ່ງຂຶ້ນ ແລະ ຈັດກອງປະຊຸມຖອດຖອນບົດຮຽນວຽກງານປະສານງານໃນແຕ່ລະໄລຍະໃຫ້ເປັນປົກກະຕິ.
5. ດ້ານການພົວພັນຕ່າງປະເທດ: ສືບຕໍ່ພົວພັນກັບກຳມາທິການການຕ່າງປະເທດ ກ່ຽວກັບແຜນການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ໃຫ້ເປັນປົກກະຕິ.
6. ກຳມະການສັງກັດກໍາມາທິການປະຈຳເຂດເລືອກຕັ້ງ: ເອົາໃຈໃສ່ປະສານສົມທົບກັບສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ ປກຊ-ປກສ, 2 ກອງບັນຊາການ ແລະ ສະຫະພັນນັກຮົບເກົ່າແຂວງ ເພື່ອຈັດຕັ້ງປະຕິບັດພາລະບົດບາດເປັນເສນາທິການ ໃຫ້ນັບມື້ມີປະສິດທິຜົນດີຂຶ້ນ.
(ນາງ ສຸພາວັນ ຫອມສະນິດ)
ກອງປະຊຸມຄົບຄະນະ ກປຊສ ປະຈຳປີ 2026
