(ສພຊ) – ກອງປະຊຸມຄົບຄະນະຂອງກໍາມາທິການການຕ່າງປະເທດ (ກຕທ) ປະຈໍາປີ 2026 ໄດ້ດໍາເນີນໃນວັນທີ 22 ຕຸລານີ້ ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຂຄໍາພິທູນ ກຳມະການສູນກາງພັກ, ປະທານກຳມາທິການການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ) ຜູ້ຊີ້ນຳວຽກງານການຕ່າງປະເທດ, ພ້ອມທັງບັນດາທ່ານປະທານ-ຮອງປະທານກຳມາທິການ ແລະ ຕາງໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການເງິນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກຕທ, ຕາງໜ້າຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ.

ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດສະຫຼຸບການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ X ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວປີ 2027 ຂອງກໍາມາທິການ; ຜົນການຕິດຕາມກວດກາໃນຂົງເຂດວຽກງານການຕ່າງປະເທດ ໃນປີ 2026; ຮັບຟັງການລາຍງານການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ປະຈໍາປີ 2026 ແລະ ທິດທາງແຜນການປີ 2027; ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ໃນໄລຍະຜ່ານມາ ແລະ ແຜນການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດການຕ່າງປະເທດ; ຄວາມຄືບໜ້າໂຄງການກໍ່ສ້າງຕາຝັ່ງເຈື່ອນຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ; ສະພາບການພົ້ນເດັ່ນຂອງການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ ໃນປີ 2026 ແລະ ແຜນການຮ່ວມມືປີ 2027.

ຜູ້ແທນກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ປະສົບການຈາກການປະຕິບັດໜ້າທີ່ຕົວຈິງ ປະກອບຄໍາຄິດຄໍາເຫັນໃສ່ການເຄື່ອນໄຫວວຽກງານຂອງກຳມາທິການການຕ່າງປະເທດຢ່າງມີຈຸດສຸມ, ຮັບປະກັນຄວາມຖືກຕ້ອງຕາມແນວທາງຂອງພັກ, ສອດຄ່ອງກັບທິດທາງແຜນການລວມຂອງສະພາແຫ່ງຊາດ, ສ່ອງແສງໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສພຊ ມີຄຸນນະພາບ ແລະ ປະສິດທິຜົນສູງ ຮັບໃຊ້ໜ້າທີ່ການເມືອງຂອງພັກ, ລັດ ແລະ ສາມາດນໍາເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ, ທັງເປັນການຜັນຂະຫຍາຍວຽກງານຂອງກຳມາທິການ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດ ແລະ ສະພາບຄວາມເປັນຈິງແຫ່ງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່; ນອກນີ້, ຍັງໄດ້ພິຈາລະນາຮັບຮອງເອົາມະຕິກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ ປະຈຳປີ 2026.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານການຕ່າງປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານ ແລະ ຜົນສໍາເລັດການເຄື່ອນໄຫວວຽກງານຂອງກໍາມາທິການການຕ່າງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຕາມພາລະບົດບາດຂອງສະພາແຫ່ງຊາດ ໃນຂົງເຂດວຽກງານການຕ່າງປະເທດ; ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງ, ສົນທິສັນຍາ ແລະ ສັນຍາ ລະຫວ່າງ ສປປລາວ ກັບ ຕ່າງປະເທດ ກ່ຽວກັບການຄ້າ, ການລົງທຶນຂອງຕ່າງປະເທດ ດ້ວຍການປະສານກັບພາກສ່ວນທີ່ກ່ຽວຂ້ອງຂອງຂັ້ນສູນກາງ, ທ້ອງຖິ່ນ; ຖືສໍາຄັນການຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ, ປະຕິບັດກົນໄກລາຍງານ ແລະ ຂໍທິດຊີ້ນໍາຢ່າງເປັນປະຈໍາ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນການເຄື່ອນໄຫວຕ່າງປະເທດ; ສ້າງນິຕິກໍາ ແລະ ກົນໄກປະສານງານກັບບັນດາກໍາມະການຂອງກໍາມາທິການ ກຕທ ປະຈໍາເຂດເລືອກຕັ້ງຕ່າງໆ ໃຫ້ໄດ້ຮັບຂໍ້ມູນການເຄື່ອນໄຫວວຽກງານຂອງກຳມາທິການເປັນແຕ່ລະໄລຍະ; ສ້າງໃຫ້ມີລະບອບແບບແຜນວິທີເຮັດວຽກໃຫ້ວ່ອງໄວ, ຄ່ອງຕົວ, ທັນເວລາ ລວມທັງເສີມຂະຫຍາຍການພົວພັນຮ່ວມມືກັບລັດຖະສະພາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ດ້ວຍການແລກປ່ຽນຄະນະຜູ້ແທນໄປມາຫາສູ່ກັນ ເພື່ອຢ້ຽມຢາມ ແລະ ແລກປ່ຽນບົດຮຽນທີ່ຈໍາເປັນ; ເປັນເຈົ້າການໃນການຕ້ອນຮັບຄະນະຜູ້ແທນລັດຖະສະພາຕ່າງປະເທດ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ, ກະກຽມໃຫ້ແກ່ຄະນະຜູ້ແທນ ສພຊ ລາວຂັ້ນຕ່າງໆ ເຂົ້າຮ່ວມກອງປະຊຸມສາກົນ ແລະ ກອງປະຊຸມອື່ນໆ ໃຫ້ປະສົບຜົນສໍາເລັດ ບົນພື້ນຖານປະຢັດມັດທະຍັດ ແລະ ຕາມຄວາມສາມາດດ້ານງົບປະມານທີ່ລັດຖະບານສະໜອງໃຫ້.
ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ, ເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ, ຜູ້ແທນມີຄວາມຮັບຜິດຊອບການເມືອງສູງ, ມີການປະກອບຄຳຄິດເຫັນຢ່າງຫ້າວຫັນ ແລະ ກົງໄປກົງມາ ຈຶ່ງເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຢ່າງຈົບງາມ.

