(ສພຊ) – ວັນທີ 20 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ເຊິ່ງທ່ານກ່າວວ່າ: ພາຍຫຼັງຮັບຟັງການລາຍງານຈາກລັດຖະບານ, ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ສຸມສະຕິປັນຍາລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ລວມທັງນຳເອົາຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນ ມາເປັນການຕີລາຄາ, ປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ຟົດຟື້ນ ເຊິ່ງສາມາດເຫັນໄດ້ບັນຫາຕ່າງໆ ເປັນຕົ້ນ: ການຮົ່ວໄຫຼການຈັດເກັບລາຍຮັບງົບປະມານ, ການຄຸ້ມຄອງລົດບັນທຸກເກີນຂອບເຂດ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງເປ່ເພ, ການເຊົ່າ ແລະ ສໍາປະທານ, ການຂຸດຄົ້ນແຮ່ທາດ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ແມ່ນບັນຫາທີ່ສັງຄົມ ແລະ ປະຊາຊົນ ກຳລັງໃຫ້ຄວາມສົນໃຈຢ່າງສູງ.
ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ: ພາຍໃຕ້ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ການຮ່ວມມືຂອງທຸກພາກສ່ວນ, ປະເທດເຮົາຍັງສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງການເຕີບໂຕທາງເສດຖະກິດ (GDP) ບັນລຸ 5.1%, ສາມາດຮັກສາສະຖຽນລະພາບດ້ານເງິນຕາ ແລະ ປະຕິບັດໄດ້ບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ; ແຕ່ເຖິງຢ່າງໃດກໍຕາມ, ສພຊ ກໍໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການຂົນສົ່ງທີ່ລົດບັນທຸກນ້ຳໜັກເກີນ ເຮັດໃຫ້ເສັ້ນທາງເປ່ເພ, ການຄຸ້ມຄອງການລົງທຶນຂອງລັດ-ເອກະຊົນ, ການເຊົ່າ-ສຳປະທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ທ່ວງທັນກັບຄວາມຕ້ອງການຂອງສັງຄົມ.
ຕໍ່ກັບແຜນງົບປະມານແຫ່ງລັດ: ກອງປະຊຸມຕີລາຄາສູງຕໍ່ການຈັດເກັບລາຍຮັບປະຕິບັດໄດ້ເຖິງ 110% ຂອງແຜນການ ເຊິ່ງລື່ນຄາດໝາຍທີ່ວາງໄວ້; ພ້ອມນັ້ນ, ໄດ້ເນັ້ນໃຫ້ລັດຖະບານ ເອົາໃຈໃສ່ເພີ່ມທະວີວິໄນການເງິນ-ງົບປະມານຢ່າງເຂັ້ມງວດ, ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ-ງົບປະມານໃນໄລຍະຍາວ.

ຕໍ່ກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2027: ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ບາງມາດຕະການເພີ່ມຕື່ມ ຄື:
1. ວິເຄາະ-ວິໄຈຢ່າງລະອຽດຂຶ້ນຕື່ມ.
2. ຂະຫຍາຍການຫັນເປັນລະບົບທັນສະໄໝເຂົ້າໃນການຈັດເກັບລາຍຮັບ ໃຫ້ຫຼາຍຂຶ້ນ ແລະ ທົ່ວເຖິງ ໂດຍສະ ເພາະຢູ່ຫົວໜ່ວຍທຸລະກິດ, ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝ ຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດໃນການກວດກາເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດ ທີ່ປະຈຳຢູ່ດ່ານສາກົນ.
3. ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການຈັດສັນງົບປະມານການລົງທຶນຂອງລັດ ໂດຍສະ ເພາະບັນດາໂຄງການ ໃຫ້ສຳເລັດ 100%.
4. ປະເມີນ ແລະ ທົບທວນຄືນໂຄງການທີ່ໄດ້ຮັບອະນຸມັດ ແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫຼື ບໍ່ມີຄວາມຄືບໜ້າ (ໂດຍສະເພາະໂຄງການລະດັບຊາດ) ເພື່ອແກ້ໄຂບັນຫາການເອົາໂຄງການໄປຂາຍ/ໂອນຕໍ່ໂດຍບໍ່ຜ່ານລັດຖະບານ ທັງກວດ ກາຄືນການດັດແກ້ມູນຄ່າໂຄງການທີ່ຫົວໜວ່ຍລາຄາສູງເກີນ.
5. ການດຶງດູດການລົງທຶນ, ການສ້າງສູນບໍລິການປະຕູດຽວ ເຫັນວ່າຫຼາຍບ່ອນເຄື່ອນໄຫວບໍ່ມີປະສິດທິຜົນ ຍ້ອນງົບປະມານຍັງມີຈໍາກັດ, ຫຼາຍຂະແໜງການບໍ່ໄດ້ສົ່ງພະນັກງານລົງປະຈຳເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ, ນະໂຍ ບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ, ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ.
6. ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ຫຼຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ, ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫຼາດໃຫ້ທ່ວງທັນຕາມອາຍຸຂອງຜະລິດຕະພັນ; ນອກນັ້ນ, ໃຫ້ຊຸກ ຍູ້ດ້ານປັດໄຈການຜະລິດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.
7. ກວດກາຄືນໂຄງການເຊົ່າ-ສຳປະທານທີ່ດິນທີ່ໄດ້ຮັບອະນຸມັດຈາກສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ມີການພັດທະນາ, ນຳໃຊ້ບໍ່ຖືກເປົ້າໝາຍ, ອະນຸມັດທັບຊ້ອນ, ໂຄງການທີ່ສົ່ງຜົນກະທົບຕໍ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ.
8. ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ທັງມີມາດຕະການເດັດຂາດຕໍ່ຜູ້ບຸກລຸກ, ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ໂດຍບໍ່ໄດ້ຮັບອະນຸຍາດ.
9. ປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດຮອດປີ 2030 ໂດຍສະເພາະການກໍານົດປະເພດແຮ່ທາດທີ່ຄວນສົ່ງເສີມໃຫ້ມີການຂຸດຄົ້ນ, ແຮ່ທາດທີ່ຄວນຫວງຫ້າມ ຫຼື ສະຫງວນ.
10. ເພີ່ມມາດຕະການຄຸ້ມຄອງລົດບັນທຸກນໍ້າໜັກເກີນ, ການດັດແປງເຕັກນິກລົດເພື່ອບັນທຸກໃຫ້ໄດ້ຫຼາຍ ແລະ ຊິງຊັ່ງນໍ້າໜັກ; ສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍຸດທະສາດ, ທາງຫຼວງແຫ່ງຊາດ, ເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວທີ່ເປ່ເພຢ່າງໜັກໜ່ວງ ແລະ ເສັ້ນທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕາມຊາຍແດນທີ່ມີການຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນຕ່າງໆ.
11. ຄົ້ນຄວ້າສ້າງໂຮງຮຽນກິນນອນ, ຫໍພັກນັກຮຽນ ເພື່ອແກ້ໄຂບັນຫາການປະລະການຮຽນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ ທັງປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບທ້ອງຖິ່ນ.
12. ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງສຶກສາ 18% ຕາມກົດໝາຍກຳນົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫຼາຍຂຶ້ນ ເພື່ອໃຫ້ເດັກໃນໄວຮຽນໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫຼຸດຜ່ອນການປະລະການຮຽນ; ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ, ຮັບປະກັນງົບປະມານໃຫ້ໂຄງການທີ່ໄດ້ຮັບການອະນຸມັດ ສາມາດຈັດຕັ້ງປະຕິບັດໄດ້.
13. ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກ 9% ຕາມທີ່ກົດໝາຍກຳນົດ; ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການ ທີ່ຕິດພັນກັບ 7 ຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປັນຄາດໝາຍທີ່ມີຄວາມສ່ຽງຈະບໍ່ບັນລຸ.
14. ຈັດສັນງົບປະມານສະເພາະໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ທັງເປັນເຈົ້າການລະດົມທຶນຊ່ວຍເຫຼືອຈາກຫຼາຍພາກສ່ວນ ດ້ວຍຫຼາຍຮູບການທີ່ເໝາະສົມ.
15. ເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາການນຳໃຊ້ເຄມີທີ່ຖືກຄວບຄຸມການນຳໃຊ້ ໂດຍສະເພາະການນຳໃຊ້ເຄມີຢູ່ໂຮງງານຜະລິດຢາ, ການປຸງແຕ່ງຕ່າງໆ ເພື່ອເຮັດໃຫ້ການນໍາໃຊ້, ການຜະລິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
