(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງວັນທີ 19 ຕຸລາ 2026, ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານເເຫ່ງ ສປປລາວ (ທຫລ) ໄດ້ສະເໜີສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໂດຍຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນ, ການຄົ້ນຄວ້າສ້າງກົດໝາຍ, ໂຄງປະກອບ ແລະ ເນື້ອໃນສໍາຄັນ, ແລະ ຄາດຄະເນຜົນໄດ້ຮັບ ເຊິ່ງຮ່າງກົດໝາຍສະບັບນີ້ ໄດ້ຜັນຂະຫຍາຍມາຈາກດຳລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017 ເຊິ່ງຜ່ານການຈັດຕັ້ງປະຕິບັດ 9 ປີ ເຫັນວ່າຍັງມີບາງດ້ານທີ່ເປັນຂໍ້ຈຳກັດ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ.
ພາຍຫຼັງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຈະມີຜົນໄດ້ຮັບ: ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນ ເພື່ອລະດົມເງິນຝາກເຂົ້າໃນລະບົບສະຖາບັນການເງິນໃຫ້ຫຼາຍຍິ່ງຂຶ້ນ ແນໃສ່ບັນລຸຄາດໝາຍຍອດເງິນຝາກຕໍ່ GDP ຫຼາຍກວ່າ 90% ທັງເປັນການເສີມສ້າງຄວາມເຂັ້ມແຂງຂອງລະບົບຕາໜ່າງຄວາມປອດໄພທາງດ້ານການເງິນ ແລະ ຮັກສາສະຖຽນລະພາບທາງດ້ານການເງິນຂອງ ສປປລາວ ແລະ ການເຂົ້າເຖິງການບໍລິການທາງການເງິນຂອງ ສປປລາວ; ເປັນບ່ອນອີງໃນການຜັນຂະຫຍາຍນິຕິກຳໃຕ້ກົດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ເພື່ອປັບປຸງ ແລະ ພັດທະນາການຄຸ້ມຄອງຂອງສຳນັກງານປົກປ້ອງເງິນຝາກ (ສປງ) ກໍຄື ທຫລ ມີຄວາມເຂັ້ມແຂງ; ໄດ້ກຳນົດເພີ່ມສະມາຊິກຂອງ ສປງ ເຊິ່ງລວມມີທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ສະຖາບັນການເງິນອື່ນທີ່ຮັບເງິນຝາກ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຈະສາມາດຂະຫຍາຍສະມາຊິກຂອງ ສປງ ໃຫ້ຫຼາຍຍິ່ງຂຶ້ນໃນຂອບເຂດທົ່ວປະເທດ ຕາມພາລະບົດບາດຂອງ ທຫລ ເພື່ອຮັບປະກັນການປົກປ້ອງເງິນຝາກຂອງຜູ້ຝາກເງິນ ໃຫ້ກວມເອົາອັດຕາສ່ວນເພີ່ມຂຶ້ນ ທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ໃນການນໍາເງິນໄປຝາກໄວ້ກັບສະມາຊິກຂອງ ສປງ ນັບມື້ນັບສູງຂຶ້ນ.
ກົດໝາຍການປົກປ້ອງເງິນຝາກ ຈະສ້າງຄວາມເຊື່ອໝັ້ນໃຫ້ຜູ້ຝາກເງິນ
