

ໃນລະຫວ່າງວັນທີ 12-16 ຕຸລາ 2026, ທ່ານ ນາງ ຈັນທະລີ ສີສຸວົງ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ ພ້ອມຄະນະ ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດຍຸຕິທໍາ ຢູ່ 5 ເມືອງຄື: ເມືອງສາມັກຄີໄຊ, ໄຊເສດຖາ, ຊານໄຊ, ພູວົງ ແລະ ເມືອງສະໜາມໄຊ ໂດຍມີທ່ານບັນດາທ່ານຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ, ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ສານປະຊາຊົນ, ອົງການໄອຍະການ, ກອງບັນຊາການ ປກຊ-ປກສ, ຫ້ອງການຍຸຕິທໍາ ແລະ ຫ້ອງການກວດກາລັດເມືອງ ເຂົ້້າຮ່ວມ.ການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂດຍສັງເຂບ ໃນໄລຍະ 9 ເດືອນຜ່ານມ. ຈາກນັ້ນ, ໄດ້ສືບຕໍ່ຮັບຟັງການລາຍງານການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະຂະແໜງການກ່ຽວຂ້ອງ ເປັນຕົ້ນ: ວຽກງານສືບສວນ-ສອບສວນ: ຮັບຟັງການລາຍງານກ່ຽວກັບການນໍາໃຊ້ 7 ມາດຕະການສະກັດກັ້ນ ຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງ (2017), ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຄໍາສະເໜີ, ການດໍາເນີນຄະດີອາຍາ, ການດໍາເນີນຄະດີຢູ່ສານຂັ້ນຕົ້ນ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ພ້ອມທັງຮັບຟັງການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທໍາ ແລະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ການຈັດຕັ້ງປະຕິບັດ ກ່ຽວກັບ ຄໍາສັ່ງ ຂອງອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 006/ອອປສ, ລົງວັນທີ 30 ມີນາ 2023 ວ່າດ້ວຍການດໍາເນີນຄະດີ ຕໍ່ບຸກຄົນທີ່ ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຢາສູບໄຟຟ້າ, ປຸມເປົ້າອັດແກ໊ສສານໄນຕັດອ່ອກໄຊ. ນອກນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ຕໍ່ກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໂດຍສະເພາະແມ່ນການຄຸ້ມຄອງ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງປະຊາຊົນໃນທົ່ວເມືອງ. ພ້ອມທັງມີ ຄໍາເຫັນຂອງປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຄວາມເອົາໃຈໃສ່ຂອງອົງການປົກຄອງເມືອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ ມີຄວາມສັກສິດ, ເຂັ້ມງວດ ແລະ ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນ, ກົນໄກການຈັດສັນດ້ານງົບປະມານໃຫ້ສອງກໍາລັງ ປກຊ-ປກສ ໃຫ້ສອດຄ່ອງ ແລະ ຮັບປະກັນການເຄື່ອນໄຫວ, ການຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວພາຍໃນເມືອງ ໃຫ້ມີຄວາມຮັດກຸມ, ການຄຸ້ມຄອງ ແລະ ຂອດການປະສານງານ ຂອງສານເຂດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ການເຂົ້າຮ່ວມແຕ່ຫົວທີໃນການກວດກາໂຄງການລົງທຶນຕ່າງໆ ຢູ່ໃນພື້ນທີ່, ເພີ່ມທະວີຂອດການປະສານງານລະຫວ່າງອົງການ ທີ່ກ່ຽວຂ້ອງໃນການແກ້ໄຂຄະດີ ໃຫ້ໂປ່ງໃສ ແລະ ຍຸຕິທຳ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຂົງເຂດດັ່ງກ່າວ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ສາມາດຮັກສາໄດ້ຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ ແລະ ສັງຄົມມີຄວາມຍຸຕິທຳຢ່າງແທ້ຈິງ. (ວິນັດ)

