(ສພຊ) – ລະຫວ່າງວັນທີ 12-13 ຕຸລາ 2026, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ນຳໂດຍທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ໄດ້ເຂົ້າຮ່ວມກອງປະຊຸມເວທີສະມາຊິກລັດຖະສະພາເພດຍິງໂລກ ໃນຫົວຂໍ້: “ຈາກການມີສ່ວນຮ່ວມໃນຖານະຕົວແທນ ສູ່ການມີອິດທິພົນຕໍ່ຂະບວນການຕົກລົງບັນຫາ” ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ ເຊິ່ງຈັດຂຶ້ນພາຍໃຕ້ການສະໜັບສະໜູນຂອງປະທານາທິບໍດີມົງໂກລີ ໂດຍມີບັນດາຄະນະຜູ້ແທນຈາກລັດຖະສະພາ 32 ປະເທດ ແລະ 9 ອົງການຈັດຕັ້ງສາກົນ ເຂົ້າຮ່ວມຫຼາຍກວ່າ 360 ທ່ານ; ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຂອງທ່ານ ໂອຄະນາ ຄູເຣລສຸກ (U.Khurelsukh) ປະທານາທິບໍດີແຫ່ງມົງໂກລີ, ທ່ານ ບຽມບັດດອກ ຊັນດັກ (Byambatdogt Sandag) ປະທານສະພາຄູຣານໃຫຍ່ແຫ່ງມົງໂກລີ ໄດ້ກ່າວຕ້ອນຮັບ ແລະ ທ່ານ ນາງ ບັດເຊັດເຊັກ (B.Battsetseg) ສະມາຊິກສະພາຄູຣານໃຫຍ່, ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານດຳເນີນກອງປະຊຸມ ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບການສົ່ງເສີມການປົກຄອງທີ່ເອົາໃຈໃສ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການເປັນຜູ້ນຳໃນລັດຖະສະພາ ໃຫ້ເປັນຮູບປະທຳ.
ທ່ານ ນາງ ທຸມມາລີ ວົງພະຈັນ ຫົວໜ້າຄະນະຜູ້ແທນລາວ ໄດ້ມີຄຳເຫັນ ໂດຍຕີລາຄາສູງຕໍ່ຫົວຂໍ້ກອງປະຊຸມ: “ຈາກການມີສ່ວນຮ່ວມໃນຖານະຕົວແທນ ສູ່ການມີອິດທິພົນຕໍ່ຂະບວນການຕົກລົງບັນຫາ” ເຊິ່ງເປັນຫົວຂໍ້ທີ່ມີຄວາມໝາຍສຳຄັນ ແລະ ສອດຄ່ອງກັບພາລະບົດບາດໜ້າທີ່ຂອງອົງການນິຕິບັນຍັດ. ທ່ານຍົກໃຫ້ເຫັນຄວາມພະຍາຍາມຂອງລັດຖະບານ ກໍຄືສະພາແຫ່ງຊາດ ແຫ່ງ ສປປລາວ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໄດ້ເອົາໃຈໃສ່ຜັນຂະຫຍາຍແຜນປະຕິບັດງານຂອງສະຫະພັນລັດຖະສະພາສາກົນ (IPU) ປີ 2025 ວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຂົ້າໃນວຽກງານຂອງສະພາແຫ່ງຊາດ, ການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDGs) ທີ 5 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2026-2030) ແລະ ການ ຈັດຕັ້ງຜັນຂະຫຍາຍແຜນດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ວ່າດ້ວຍການສົ່ງເສີມການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນຳຂອງເພດຍິງ (WPPL 2024-2030); ທ່ານຍັງຍົກໃຫ້ເຫັນຄວາມສຳຄັນຂອງເພດຍິງໃນການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ IPU ສືບຕໍ່ເພີ່ມທະວີການຮ່ວມມື, ສະໜັບສະໜູນທາງດ້ານວິຊາການ, ທຶນຮອນ ແລະ ແລກປ່ຽນບົດຮຽນທີ່ດີນຳກັນ ເພື່ອຊຸກຍູ້ສົ່ງເສີມໃຫ້ເພດຍິງມີບົດບາດ ແລະ ອິດທິພົນຢ່າງແທ້ຈິງ ໃນການເປັນຕົວແທນຂອງປະຊາຊົນເພື່ອປະຕິບັດບົດບາດດ້ານນິຕິບັນຍັດ ກໍຄືການມີສ່ວນຮ່ວມໃນການຕັດສິນບັນຫາສຳຄັນຂອງປະເທດຊາດ ໃຫ້ນັບມື້ເຂັ້ມແຂງ ເພື່ອນຳເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນ.
ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍກັບປະທານຄະນະມິດຕະພາບລັດຖະສະພາຄູຣານໃຫຍ່ມົງໂກລີ ແລະ ສະພາແຫ່ງຊາດລາວ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັດຍັດຂອງສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກ ແລະ ໃນງານລ້ຽງຕ້ອນຮັບຈັດໂດຍທ່ານປະທານສະພາຄູຣານໃຫຍ່, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະບໍ່ເປັນທາງການກັບທ່ານປະທານສະພາຄູຣານໃຫຍ່.
ນອກຈາກນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ຢ້ຽມຢາມຫໍພິພິທະພັນເຈົ້າຈັກກະພັດຈິງກິດສະຄານ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງປະເທດມົງໂກລີ ແລະ ຢ້ຽມຢາມສະຖານເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈຳມົງໂກລີ ໂດຍມີທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈຳມົງໂກລີ ໃຫ້ການຕ້ອນຮັບ.
ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມເວທີສະມາຊິກລັດຖະສະພາເພດຍິງໂລກ
