ກອງປະຊຸມຮ່ວມຊີວິດພັກ ປະຈຳເດືອນ ຂອງໜ່ວຍພັກສະພາປະຊາຊົນ ນວ

ພ.ຈ. 10, 2022

(ສປນວ) ໃນຕອນເຊົ້າ ວັນທີ 09 ພະຈິກ 2022 ຄະນະໜ່ວຍພັກ ສະພາປະຊາຊົນ ນວ ໄດ້ດຳເນີນກອງປະຊຸມຮ່ວມຊີວິດພັກ ປະຈຳເດືອນ ພະຈິກ 2022 ຂອງໜ່ວຍພັກສະພາປະຊາຊົນ ນວ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນວ ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມ. ເຊິ່ງກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳໄຕມາດ 3 ປີ 2022 ແລະ ກຳນົດທິດທາງແຜນການປະຈຳໄຕມາດ 4 ປີ 2022, ນອກຈາກນີ້ ຍັງໄດ້ຮັບຮອງເອົາສະມາຊິກພັກສຳຮອງ ແລະ ມະຫາຊົນກ້າວໜ້າ ເພື່ອສືບຕໍ່ກໍ່ສ້າງເຂົ້າເປັນສະມາຊິກພັກ ຈຳນວນໜຶ່ງ.