(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ຄັ້ງວັນທີ 9 ຕຸລານີ້, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ສານປະຊາຊົນສູງສຸດ (ສປສສ) ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ເຊິ່ງໄດ້ສະເໜີບາງມາດຕະການເພີ່ມຕື່ມດັ່ງນີ້:
ຕໍ່ອົງການໄອຍະການ: 1) ຍົກສູງຄວາມຮັບຜິດຊອບການເມືອງໃນການປະຕິບັດພາລະບົດບາດສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດຕາມກວດ ກາການເຄົາລົບ ແລະ ປະຕິບັດກົດໝາຍໃນການດໍາເນີນຄະດີຕາມຂະບວນຍຸຕິທຳໃຫ້ເຂັ້ມງວດ; 2) ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ບຳລຸງສ້າງພະນັກງານ-ລັດຖະກອນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ຕາມຄຳຂວັນ 3 ມີ 4 ຮັບປະກັນ ຕິດແໜ້ນກັບການສ້າງພະນັກງານໄອຍະການມືອາຊີບ; 3) ບຸກທະລຸທາງດ້ານຈິນຕະນາການ ແລະ ພຶດຕິກຳ ຕໍ່ການແກ້ໄຂຈຸດອ່ອນຄົງຄ້າງ ເປັນຕົ້ນ: ການຕິດຕາມກວດກາການປະຕິບັດກົດໝາຍໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ຂອງອົງການສືບສວນ-ສອບສວນ, ການດໍາເນີນຄະດີຢູ່ສານ, ການປະຕິບັດຄໍາຕັດສິນຂອງສານ, ແລະ ໃນສະຖານທີ່ກັກຕົວ, ກັກຂັງ, ຄ້າຍດັດສ້າງ ແລະ ຄ້າຍຄຸມຂັງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ.
ຕໍ່ສານປະຊາຊົນ: 1) ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຈັນຍາບັນ, ຈັນຍາທຳ ໃຫ້ແກ່ຜູ້ພິພາກສາ, ພະນັກງານ-ລັດຖະກອນ ຕິດແໜ້ນກັບການປະເມີນຜູ້ພິພາກສາດີ-ເກັ່ງ ໃຫ້ເຂັ້ມງວດ; 2) ການແຕ່ງຕັ້ງຜູ້ພິພາກສາ ຕ້ອງຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ, ຮັບປະກັນມາດຕະຖານ ແລະ ເງື່ອນໄຂຕາມກົດໝາຍ ແລະ ມີການຕິດຕາມກວດກາການປະຕິບັດໜ້າທີ່ໃຫ້ເປັນປົກກະຕິ; 3) ຍົກສູງຄວາມຮັບຜິດຊອບການເມືອງໃນການປະຕິບັດໜ້າທີ່ວຽກງານ, ການດຳເນີນຄະດີໃຫ້ຮັບປະກັນຫຼັກການພື້ນຖານຂອງການດຳເນີນຄະດີຕາມກົດໝາຍ ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມເຊື່ອໝັ້ນ ແລະ ສັດທາຕໍ່ການດໍາເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ; 4) ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າສ້າງເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆ ໃນການສ້າງຕັ້ງສານປະຊາຊົນເຂດ, ສານທະຫານປະຈຳນະຄອນຫຼວງ, ແຂວງ ບ່ອນທີ່ມີເງື່ອນໄຂຕາມກົດໝາຍ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ທະຫານ ໄດ້ເຂົ້າເຖິງຂະບວນການດໍາເນີນຄະດີຂອງສານສະດວກຂຶ້ນ.
ນອກຈາກນີ້, ກໍໃຫ້ສ້າງ ແລະ ປັບປຸງກົນໄກປະສານງານ, ບົດບັນທຶກຮ່ວມລະຫວ່າງ ສພຊ ກັບ ອອປສ, ສະພາປະຊາຊົນຂັ້ນແຂວງ (ສພຂ) ກັບ ອົງການໄອຍະການປະຊາຊົນທ້ອງຖິ່ນ; ບົດບັນທຶກຮ່ວມລະຫວ່າງ ສພຊ ກັບ ສປສສ, ສພຂ ກັບ ສານປະຊາຊົນທ້ອງຖິ່ນ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ເພີ່ມທະວີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນຄະດີຕາມຂະບວນຍຸຕິທຳ ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມເປັນຈິງ ແລະ ມີຄວາມຍຸຕິທຳ ໂດຍສະເພາະແມ່ນການປະສານງານລະຫວ່າງ 4 ພາກສ່ວນໃຫ້ກົມກຽວ.
ການດໍາເນີນຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ
