ຮອດປັດຈຸບັນ ແກ້ໄຂຄະດີ 9,597 ເລື່ອງ

ຕ.ລ. 11, 2026

(ສພຊ) – ວັນທີ 9 ຕຸລານີ້, ທ່ານ ໄພວີ ສີບົວລີພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ຂອງສານປະຊາຊົນສູງສຸດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍສະເພາະການພິຈາລະນາແກ້ໄຂຄະດີ ເຊິ່ງທ່ານໃຫ້ຊາບວ່າ: ມີຄະດີຄ້າງມາແຕ່ປີ 2025 3,738 ເລື່ອງ ເຂົ້າໃໝ່ໃນປີ 2026 9,506 ເລື່ອງ ລວມທັງໝົດ 13,244 ເລື່ອງ, ແກ້ໄຂໄດ້ 9,597 ເລື່ອງ ເທົ່າກັບ 72.46%, ສືບຕໍ່ແກ້ໄຂ 3,647 ເລື່ອງ ສາມາດແຍກໃຫ້ເຫັນການແກ້ໄຂຢູ່ສານແຕ່ລະຂັ້ນດັ່ງນີ້:
– ຂັ້ນຕົ້ນ (ສານປະຊາຊົນເຂດ, ນະຄອນຫຼວງ, ແຂວງ ແລະ ສານທະຫານພາກ) ລວມທັງໝົດ 11,002 ເລື່ອງ, ແກ້ໄຂໄດ້ 8,069 ເລື່ອງ ເທົ່າກັບ 73.34%, ມີການຂໍອຸທອນ 948 ເລື່ອງ ເທົ່າກັບ 11.74%;
– ຂັ້ນອຸທອນ (ສານປະຊາຊົນ ນະຄອນຫຼວງ/ແຂວງ, ພາກ ແລະ ສານທະຫານຂັ້ນສູງ) ລວມທັງໝົດ 1,652 ເລື່ອງ, ແກ້ໄຂໄດ້ 1,037 ເລື່ອງ ເທົ່າກັບ 62.77%, ມີການຂໍລົບລ້າງ 425 ເລື່ອງ ເທົ່າກັບ 40.98%;
– ຂັ້ນລົບລ້າງ (ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ) ລວມທັງໝົດ 590 ເລື່ອງ, ແກ້ໄຂໄດ້ 491 ເລື່ອງ ເທົ່າກັບ 83.22%.
ຄະດີທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢາເສບຕິດ (ອາຍາ), ຂັດແຍ້ງກ່ຽວກັບທີ່ດິນ (ແພ່ງ), ສັນຍາກູ້ຢືມ (ການຄ້າ).
ນອກຈາກແກ້ໄຂຄະດີສາມຂັ້ນແລ້ວ, ສານປະຊາຊົນສູງສຸດ ຍັງໄດ້ອອກລະບຽບກ່ຽວກັບການຮັບ ແລະ ຂັ້ນຕອນພິຈາລະນາການຮື້ຟື້ນຄະດີ, ຈັດສຳມະນາຖອດຖອນບົດຮຽນກ່ຽວກັບການພິຈາລະນາການຮື້ຟື້ນຄະດີ; ຜ່ານການປະຕິບັດ ໄດ້ຮັບຄໍາຮ້ອງຂໍຮື້ພື້ນຄະດີ 360 ເລື່ອງ, ແກ້ໄຂ 96 ເລື່ອງ, ສືບຕໍ່ແກ້ໄຂ 264 ເລື່ອງ ແລະ ໄດ້ຮັບສໍານວນຄະດີຂັ້ນຮື້ຟື້ນຈາກອົງການໄອຍະການປະຊາຊົນສູງສຸດ (ອອປສ) 73 ເລື່ອງ, ແກ້ໄຂ 62 ເລື່ອງ, ສືບຕໍ່ແກ້ໄຂ 11 ເລື່ອງ.
ຮັບຄໍາສະເໜີຂໍຄໍາຊີ້ຂາດໂທດປະຫານຊີວິດ 68 ເລື່ອງ, ແກ້ໄຂໄດ້ 61 ເລື່ອງ, ສືບຕໍ່ແກ້ໄຂ 7 ເລື່ອງ; ພ້ອມກັນນັ້ນ, ກໍໄດ້ແກ້ໄຂບັນຫານັກໂທດຖືກກັກຂັງທີ່ບໍ່ມີຄໍາຕັດສິນ ຕາມໜັງສືສະເໜີຂອງຫົວໜ້າ ອອປສ ເຊິ່ງຜ່ານມາ ສປສສ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາ ແລະ ແກ້ໄຂສໍາເລັດ ໂດຍສະເພາະຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ກວດ ແລະ ຂຽນຄໍາຕັດສິນສົ່ງໃຫ້ຄ້າຍຄຸມຂັງດັດສ້າງ 119 ເລື່ອງ, ຕໍ່ກັບບັນຫາດັ່ງກ່າວ ຍັງຈະສືບຕໍ່ປະສານສົມທົບກັບບັນດາຄ້າຍຄຸມຂັງດັດສ້າງ ແລະ ອົງການໄອຍະການປະຊາຊົນ ເພື່ອກວດກາຄືນໃນທົ່ວປະເທດ.
ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ ແລະ ພາກສ່ວນຕ່າງໆ ຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ພິພາກສາ ເຊິ່ງມີຄໍາຮ້ອງຄ້າງມາແຕ່ປີ 2025 34 ສະບັບ ເຂົ້າໃໝ່ 13 ສະບັບ ລວມທັງໝົດ 47 ສະບັບ, ຄົ້ນຄວ້າແກ້ໄຂ 40 ສະບັບ, ສືບຕໍ່ແກ້ໄຂ 7 ສະບັບ. ຜ່ານການແກ້ໄຂພົບວ່າມີຜູ້ພິພາກສາ, ພະນັກງານ-ລັດຖະກອນ ຢູ່ບັນດາສານປະຊາຊົນ ມີພຶດຕິກຳທີ່ຜິດຕໍ່ລະບຽບກົດໝາຍ ຈຶ່ງໄດ້ປະຕິບັດວິໄນໂດຍການລຶບຊື່ອອກຈາກການເປັນພະນັກງານ 3 ຄົນ ແລະ ກ່າວຕັກເຕືອນຈໍານວນໜຶ່ງ, ສ່ວນຄໍາຮ້ອງທີ່ບໍ່ມີເຫດຜົນ ກໍໄດ້ແຈ້ງຕອບ ແລະ ເຈົ້າຂອງຄໍາຮ້ອງຈໍານວນໜຶ່ງ ກໍໄດ້ມາຖອນ; ພ້ອມກັນນັ້ນ, ກໍສຸມໃສ່ກວດກາ ແລະ ປະເມີນຜູ້ພິພາກສາດີ-ເກັ່ງ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການລົງກວດກາ ແລະ ປະເມີນ, ໄດ້ແຈ້ງການໃຫ້ສານປະຊາຊົນທ້ອງຖິ່ນທົ່ວປະເທດ ຕິດຕາມ ແລະ ປະເມີນເປັນແຕ່ລະໄລຍະແຕ່ຫົວທີ ເພື່ອຮັບປະກັນໃຫ້ໄດ້ຜູ້ພິພາກສາດີ-ເກັ່ງທີ່ແທ້ຈິງ.