ອັດຕາຂໍອຸທອນຄະດີອາຍາ 10.21% ແລະ ຂໍລົບລ້າງ 3.24%

ຕ.ລ. 11, 2026

(ສພຊ) – ທ່ານ ພົຈວ. ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄອຍະການປະຊາຊົນ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອວັນທີ 9 ຕຸລານີ້ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ໂດຍສະເພາະວຽກງານຕິດຕາມກວດກາການປະຕິບັດກົດໝາຍຂອງບັນດາອົງການຕ່າງໆໃນຂະບວນຍຸຕິທຳແມ່ນດີຂຶ້ນ ເປັນຕົ້ນ ການດໍາເນີນຄະດີຕໍ່ຜູ້ກະທຳຜິດກ່ຽວກັບຂົງເຂດປ່າໄມ້ ແລະ ສິ່ງແວດລ້ອມ, ໃນຂໍ້ຫາສໍ້ລາດບັງຫຼວງ ກໍນັບມື້ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ, ສາມາດສັ່ງຟ້ອງໃຫ້ສານຕັດສິນລົງໂທດ ແລະ ຮິບຊັບສິນເຂົ້າເປັນຂອງລັດໄດ້ຈໍານວນຫຼາຍ; ການດໍາເນີນຄະດີມີຄຸນນະພາບດີຂຶ້ນ ເປັນຕົ້ນ ການເກັບໂຮມ, ກວດກາ, ຊັ່ງຊາ, ຕີລາຄາຫຼັກຖານ, ການໄຈ້ແຍກອົງປະກອບຂອງການກະທຳຜິດ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ສ່ວນຫຼາຍແມ່ນຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ເຫດການຕົວຈິງຂອງຄະດີທີ່ເກີດຂຶ້ນ ເຊິ່ງອັດຕາຂໍອຸທອນຄະດີອາຍາພຽງແຕ່ 10.21% ແລະ ອັດຕາຂໍລົບລ້າງພຽງແຕ່ 3.24% ຖ້າທຽບໃສ່ຄະດີອາຍາທີ່ສານຂັ້ນຕົ້ນໄດ້ຕັດສິນເອົາຕາມຄໍາຖະແຫຼງຂອງໄອຍະການ ແລະ ສາມາດແກ້ໄຂຄະດີໄດ້ເກີນ 95% ເຊິ່ງບັນລຸຄາດໝາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 175/ສພຊ, ລົງວັນທີ 21 ພະຈິກ 2025.
ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ລວມຄະດີແພ່ງ ແລະ ຄະດີອາຍາ ປັດຈຸບັນມີ 64,652 ເລື່ອງ; ຍຶດ ຫຼື ອາຍັດຊັບ ເປັນເງິນ 595,830,000 ກີບ, 700,000 ບາດ, ລົດໃຫຍ່ 2 ຄັນ ແລະ ປະເພດໄມ້ 59,677 ແມັດກ້ອນ; ສານຕັດສິນຮິບເປັນຂອງລັດ ເປັນເງິນ 38,166,000 ກີບ, 408,420 ບາດ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້ແກ້ໄຂຄໍາຮ້ອງ, ໜັງສືສະເໜີ, ໜັງສືທາງລັດຖະການ, ແຈ້ງການ, ບົດລາຍງານ ກ່ຽວຂ້ອງກັບການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ມີຄໍາຮ້ອງຄ້າງມາ 2 ເລື່ອງ ເຂົ້າໃໝ່ 41 ເລື່ອງ ລວມທັງໝົດ 43 ເລື່ອງ, ຄົ້ນຄວ້າແລ້ວ 43 ເລື່ອງ.
ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ: ປັດຈຸບັນໃນຂອບເຂດທົ່ວປະເທດມີນັກໂທດ 19,782 ຄົນ ຍິງ 2.142 ຄົນ ໃນນັ້ນ ປະກອບມີນັກໂທດຢາເສບຕິດ 15,797 ຄົນ ຍິງ 1.854 ຄົນ, ນັກໂທດຂໍ້ຫາທົ່ວໄປ 3,985 ຄົນ ຍິງ 288 ຄົນ, ນັກໂທດຕ່າງປະເທດ 602 ຄົນ ຍິງ 58 ຄົນ, ນັກໂທດປະຫານຊີວິດ 861 ຄົນ ຍິງ 93 ຄົນ ແລະ ນັກໂທດຕະຫຼອດຊີວິດ 1,422 ຄົນ ຍິງ 178 ຄົນ, ຕ່າງປະເທດ 44 ຄົນ ຍິງ 3 ຄົນ; ນອກຈາກນັ້ນ, ຍັງມີຜູ້ຖືກຫາ 11,588 ຄົນ ຍິງ 1,175 ຄົນ ໃນນັ້ນ ປະກອບມີຜູ້ຖືກຫາຂໍ້ຫາຢາເສບຕິດ 9,624 ຄົນ ຍິງ 745 ຄົນ, ຜູ້ຖືກຫາຂໍ້ຫາທົ່ວໄປ 1,964 ຄົນ ຍິງ 430 ຄົນ, ຜູ້ຖືກຫາຕ່າງປະເທດ 1,118 ຄົນ ຍິງ 120 ຄົນ ແລະ ຜູ້ຖືກຫາກັກຂັງເກີນກຳນົດ 1 ປີ ມີ 1,273 ຄົນ ຍິງ 179 ຄົນ.