ສະພາປະຊາຊົນແຂວງມອບເຄື່ອງຊວ່ຍເຫຼືອໃຫ້ໂຮງຮຽນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖວ້ມ

ຕ.ລ. 9, 2026


ວັນທີ 30 ກັນຍາ 2026 ນີ້, ສະພາປະຊາຊົນແຂວງຫຼວງນໍ້າທາ, ນໍາໂດຍ ທ່ານ ນາງ ປານິດາ ເຮືອງແພງອ່ອນ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກໍາມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ ພ້ອມດ້ວຍ ທ່ານ ພັອ ພອນແກ້ວ ພົງແສນຫລວງ ຮອງກອງບັນຊາການປກສ ແຂວງ ຮອງປະທານຄະນະກໍາມະການ ປກຊ-ປກສ,ກົດໝາຍ ແລະ ຍຸຕິທຳ
ພ້ອມດ້ວຍຄະນະທີມງານໄດ້ມອບເຄື່ອງຊວ່ຍເຫຼືອໃຫ້ໂຮງຮຽນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ເຊິ່ງໄດ້ມອບທັງຫມົດ 3 ຈຸດຄື ໝວດໂຮງຮຽນປະຖົມສົມບູນນາເຕີຍ, ໝວດໂຮງຮຽນມັດທະຍົມສົມບູນນາເຕີຍ ແລະ ໝວດໂຮງຮຽນປະຖົມບ້ານບໍ່ປຽດ
ເຄື່ອງທີ່ນໍາໄປມອບຄັ້ງນີ້ມີປື້ມຄູ່ມືການຮຽນການສອນ, ຕໍາລາຮຽນ ມໍ1-ມໍ7 ຈໍານວນ 109 ຫົວ, ຕໍາລາຮຽນ ປໍ1-ປໍ5 ຈໍານວນ 222 ຫົວ, ປື້ມຂຽນຮ້ອຍໜ້າຈໍານວນ 1,000 ຫົວ, ບິກຂຽນ 300 ກ້ານ, ລວມເປັນມຸນຄ່າ 15 ລ້ານກວ່າກີບ
ພ້ອມນັ້ນ ທ່ານ ນາງ ປານິດາ ເຮືອງແພງອ່ອນ ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ກັບຜົນເສຍຫາຍ ຈາກໄພພິບັດທີ່ເກີດຂຶ້ນໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ແຕ່ລະໂຮງຮຽນ ນຳອຸປະກອນ ດັ່ງກ່າວນຳເຂົ້າໃນຫຼັກສູດການຮຽນ-ການສອນ ໃຫ້ເກີດຜົນປະໂຫຍສູງສຸດ.

ໂດຍ ນັກຂ່າວສພຂ