ໃນວັນທີ 6 ຕຸລາ ຜ່ານມານີ້, ທີ່ສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ນໍາໂດຍ: ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ປະທານສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຄົນໃໝ່.ໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວສະແດງຄວາມຍິນດີຕໍ່ ທ່ານ ສອນໄຊ ສີພັນດອນ ໃນໂອກາດທີ່ໄດ້ຮັບໜ້າທີ່ອັນຊົງກຽດເປັນປະທານສະພາແຫ່ງຊາດ, ພ້ອມທັງຕີລາຄາສູງຕໍ່ຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນໃນການຊີ້ນຳ-ນຳພາວຽກງານຂອງພັກ ແລະ ລັດໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ ທ່ານ ສອນໄຊ ສີພັນດອນ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ສືບຕໍ່ຊີ້ນຳ-ນຳພາວຽກງານນິຕິບັນຍັດ ໃຫ້ກ້າວໜ້າສູ່ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ທີ່ໄດ້ມາຢ້ຽມຢາມ ແລະ ສະແດງຄວາມຍິນດີໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະ ສສຊ ແຂວງດັ່ງກ່າວ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ, ເສີມຂະຫຍາຍບົດບາດໃນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ ຢູ່ທ້ອງຖິ່ນ ໃຫ້ມີປະສິດທິຜົນສູງສຸດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍຄືປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜົ້າຍິ່ງໆຂຶ້ນ. (ວິນັດ)

