ຍົກລະດັບນິຕິກຳຂັ້ນລັດຖະບານ ເປັນມະຕິກອງປະຊຸມສະພາແຫ່ງຊາດ

ຕ.ລ. 6, 2026

(ສພຊ) – ວັນທີ 5 ຕຸລາ 2026, ທ່ານ ພົທ. ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນ ໃນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງເປັນການປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໄລຍະຜ່ານມາ, ກະຊວງ ປກສ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍມີການເຂົ້າຮ່ວມຂອງທຸກຂະແໜງການຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ຢ່າງຕັ້ງໜ້າ ແລະ ສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫຼວງຫຼາຍ ແລະ ຢຶດວັດຖຸເຄື່ອງຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະກອນ ແລະ ພາຫະນະ ໄດ້ເປັນຈຳນວນຫຼາຍ; ແຕ່ເຖິງຢ່າງໃດກໍຕາມ, ຍ້ອນສະພາບປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຍັງມີປະເພດຢາເສບຕິດຫຼາຍຊະນິດ, ຫຼາຍຮູບແບບ, ຫຼາຍສີສັນ ທີ່ບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຍັງສືບຕໍ່ເກີດຂຶ້ນຢ່າງຫຼວງຫຼາຍໃນປັດຈຸບັນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຫຼາຍໃນການຈັດຕັ້ງຜັນຂະຫຍາຍ ຂໍ້ 1 ແລະ ຂໍ້ 2 ມາດຕາ 2 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2021 ມາເປັນມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ໃຫ້ເປັນອັນລະອຽດ; ທັງນີ້, ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ໃນການນໍາເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພຈາກສິ່ງເສບຕິດ.
ສະນັ້ນ, ຈິ່ງມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ ໃນການຍົກລະດັບນິຕິກຳຂັ້ນລັດຖະບານ ມາເປັນມະຕິກອງປະຊຸມສະພາແຫ່ງຊາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມສັກສິດສູງຂຶ້ນ, ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.