#ຊີວະປະຫວັດຫຍໍ້ຂອງທ່ານ ສອນໄຊ ສີພັນດອນ
– ວັນ, ເດືອນ, ປີເກີດ: 26 ມັງກອນ 1966
– ເກີດທີ່: ບ້ານນາຫວີດ ເມືອງວຽງໄຊ ແຂວງຫົວພັນ
– ຊົນເຜົ່າ: ລາວ
– ທີ່ຢູ່ປັດຈຸບັນ: ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
– ຊັ້ນຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ
– ລະດັບການສຶກສາສາມັນ: ມັດທະຍົມຕອນປາຍ, ລະດັບວິຊາສະເພາະ: ປະລິນຍາໂທ ສາຂາ: ຄຸ້ມຄອງເສດຖະກິດ, ປະລິນຍາຕີ (ຊັ້ນສູງ) ວິຊາ: ບັນຊາຍຸດທະວິທີທະຫານຮາບຍານເກາະ, ປະລິນຍາຕີ ວິຊາ: ພາສາອັງກິດ
– ລະດັບທິດສະດີການເມືອງ: ຂັ້ນສູງ
– ວັນ, ເດືອນ, ປີ ເຂົ້າສັງກັດລັດ: 20 ສິງຫາ 1987
– ວັນ, ເດືອນ, ປີ ເຂົ້າພັກສົມບູນ: 23 ກັນຍາ 1986
ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:
– 1972-1976 ຮຽນປະຖົມຢູ່ໂຮງຮຽນວັດທະນະທຳນ້ອງນ້ອຍ 67, ເມືອງໜານໜິງ, ສປຈີນ
– 1976-1982 ຮຽນມັດທະຍົມຕອນຕົ້ນ-ຕອນປາຍ ຢູ່ໂຮງຮຽນວັດທະນະທຳກອງທັບ, ເມືອງວຽງໄຊ ແຂວງຫົວພັນ
– 1982-1983 ກຽມພາສາລັດເຊຍ ຢູ່ໂຮງຮຽນສອນພາສາລັດເຊຍ ໂພນເຄັງ
– 1983-1987 ຮຽນປະລິນຍາຕີ ວິຊາ: ບັນຊາຍຸດທະວິທີທະຫານຮາບຍານເກາະ, ຢູ່ໂອເດເຊ, ອະດີດສະຫະພາບໂຊວຽດ
– 1987-1989 ຜູ້ຊ່ວຍວຽກພະແນກແຜນການ, ກົມສູ້ຮົບ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ
– 1989-1990 ຮອງຫົວໜ້າພະແນກສູ້ຮົບ, ຫ້ອງເສນາທິການ, ກອງພົນທີ 5, ກະຊວງປ້ອງກັນປະເທດ
– 1990-1994 ຜູ້ຊ່ວຍວຽກກົມສູ້ຮົບ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ
– 1994-2000 ຮຽນປະລິນຍາຕີ ສາຂາຄູພາສາອັງກິດ, ມະຫາວິທະຍາໄລແຫ່ງຊາດ
– 2000-ເດືອນ 4/2000 ຮຽນວິຊາການປົກຄອງ ແລະ ບໍລິຫານລັດ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)
– ເດືອນ 8/2000-2001 ຮອງຫົວໜ້າຫ້ອງວ່າການແຂວງຈຳປາສັກ
– 2001-2005 ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງຈຳປາສັກ
– 2005-2006 ຮອງເລຂາພັກແຂວງ, ຮອງເຈົ້າແຂວງຈຳປາສັກ
– 2006-2010 ກຳມະການສູນກາງພັກ ສະໄໝທີ VIII, ຮອງເລຂາພັກແຂວງ, ເຈົ້າແຂວງຈຳປາສັກ
– 2011-2014 ກຳມະການສູນກາງພັກ ສະໄໝທີ IX, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ
– 2014-2016 ກຳມະການສູນກາງພັກ ສະໄໝທີ IX, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ
– 2016-2019 ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ຮອງນາຍົກລັດຖະມົນຕີ
– 2019-2021 ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
– 2021-2022 ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ຮອງນາຍົກລັດຖະມົນຕີ
– ເດືອນ 12/2022-2025 ກຳມະການກົມການເມືອງສູນກາງພັກສະໄໝທີ XI, ນາຍົກລັດຖະມົນຕີ
– 2026 ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ
– ເດືອນ 10/2026 – ປັດຈຸບັນ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ປະທານສະພາແຫ່ງຊາດ ຊູດທີ X.

