ຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກແຂວງຫລວງນ້ຳທາ

ກ.ຍ. 21, 2026

ໃນລະຫວ່າງວັນທີ 19 – 20 ກັນຍາ 2026 ກຳມາທິການເສດຖະກິດ ແລະ ການເງິນ ຂອງສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ຢູ່ແຂວງຫລວງນໍ້າທາ ແລະ ໄດ້ເປີດກອງປະຊຸມຮ່ວມພະແນການກ່ຽວຂ້ອງຂອງແຂວງ ໂດຍການເປັນປະທານຂອງທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ເຂົ້າຮ່ວມມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນການ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ 30 ກວ່າຄົນ.

ໃນກອງປະຊຸມໄດ້ຮັບຟັງການລາຍງານຂອງພະແນການທີ່ກ່ຽວຂ້ອງຂອງແຂວງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ຕາມມະຕິກອງປະຊຸມສະພາແຫ່ງຊາດ ເປັນຕົ້ນ;ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ໂຄງການຂຸດຄົ້ນແຮ່ທາດ, ການກໍ່ສ້າງ, ສ້ອມແປງທາງ ແລະ ໂຄງການພັດທະນາກະສິກຳ; ວຽກງານການເຊົ່າ ແລະ ສຳປະທານທີ່ດິນຂອງລັດ, ການຂຶ້ນທະບຽນອອກໃບຕາດິນ, ການຂົນສົ່ງສິນຄ້າຜ່ານແດນ ທີ່ມີຄວາມຈຳເປັນຕໍ່ການພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ລວມທັງ ການປະຕິບັດວຽກງານກວດສອບ-ກວດກາ, ການແກ້ໄຂຜົນຂອງການກວດກາຕາມຜົນການກວດສອບ

ນອກນັ້ນ ນາງ ວິໄຊ ສຣິດທິຣາດ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມກວດກາພື້ນທີ່ຕົວຈິງ ແລະ ເປີດກອງປະຊຸມຮ່ວມໂຄງການຂຸດຄົ້ນບໍ່ຖ່ານຫີນ ຂອງບໍລິສັດບົວໄລມັງກອນທອງ ຢູເມືອງວຽງພູຄາ ແລະ ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ເພື່ອຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2026, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທັງນີ້ ເພື່ອເປັນຂໍ້ມູນໃຫ້ແກ່ກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ນໍາໄປລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ເຂົ້າຄົ້ນຄວ້າໃນກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດ.

                                                                                                                                                                                        ຂ່າວ ວັນນີ ແຝງບົວວັນ