ສະພາປະຊາຊົນແຂວງອັດຕະປື ອຸປະກອນ  ລວມມູນຄ່າ 140 ລ້ານກວ່າກີບ.

ກ.ຍ. 21, 2026

ໃນວັນທີ 16 ກັນຍາ 2026. ຢູ່ທີ່ສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີມອບ-ຮັບເຄື່ອງຖ່າຍເອກະສານ ແລະ ອຸປະກອນຄອມພິວເຕີ ເພື່ອປະກອບເຂົ້າໃນວຽກງານບໍລິຫານ ຂອງຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງ ແລະ ອົງການໄອຍະການປະຊາຊົນແຂວງ.  ເຂົ້າຮ່ວມເປັນກຽດໃນພິທີ ມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື; ໂດຍກ່າວມອບຂອງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ພ້ອມດ້ວຍຕາງໜ້າຈາກຫ້ອງການຄະນະ ສສຂ ປະຈໍາເຂດເລືອກຕັ້ງ 5 ເມືອງ, ຕາງໜ້າອົງການໄອຍະການປະຊາຊົນແຂວງ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 140 ລ້ານກວ່າກີບ, ປະກອບມີ:

  • ເຄື່ອງຖ່າຍເອກະສານ ຈໍານວນ 5 ຊຸດ: ມອບໃຫ້ແກ່ຫ້ອງການຄະນະ ສສຂ ປະຈໍາເຂດເລືອກຕັ້ງ 5 ເມືອງ (ເມືອງລະ 1 ຊຸດ).
  • ຄອມພິວເຕີຕັ້ງໂຕະ, ປິ່ນເຕີ 1 ຊຸດ ແລະ ເຈ່ຍ A4 ໃຫ້ແກ່ອົງການໄອຍະການປະຊາຊົນແຂວງ. (ເຊິ່ງອຸປະກອນສ່ວນນີ້ ແມ່ນໄດ້ຮັບການປະກອບສ່ວນຈາກ ທ່ານ ພົຈວ ສຸລິໄຊ ພິຈິດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ).

ການມອບອຸປະກອນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມປະສິດທິພາບ ວຽກງານບໍລິຫານ, ການຈັດເກັບ-ສໍາເນົາເອກະສານ ແລະ ວຽກງານວິຊາການປະຈໍາວັນ ຂອງບັນດາຫ້ອງການຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ອົງການໄອຍະການປະຊາຊົນແຂວງ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນກັບເວລາ ແລະ ສະໜອງຄວາມຕ້ອງການຂອງວຽກງານໃນໄລຍະໃໝ່ ໃຫ້ມີຜົນສໍາເລັດສູງຂຶ້ນ.  (ວິນັດ)