ປະທານກຳມາທິການການຕ່າງປະເທດ ຕ້ອນຮັບຄະນະສະມາຊິກສະພາສູງຍີ່ປຸ່ນ

ກ.ຍ. 20, 2026

(ສພຊ) – ວັນທີ 17 ກັນຍານີ້ ທີ່ສະພາແຫ່ງຊາດ, ທ່ານ ໂພໄຊ ໄຂຄໍາພິທູນ ປະທານກຳມາທິການການຕ່າງປະເທດ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບຄະນະສະມາຊິກສະພາສູງ ແຫ່ງ ປະເທດຍີ່ປຸ່ນ ເຊິ່ງນຳໂດຍທ່ານ ຮິກະຊິໂນະ ຮິເດກິ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-18 ກັນຍາ 2026; ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ ເຊິ່ງຖືເປັນໂອກາດດີທີ່ໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດພາລະບົດບາດຂອງສອງອົງການນິຕິບັນຍັດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈນໍາກັນ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຍີ່ປຸ່ນ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນການພົບປະ, ທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຕະຫຼອດໄລຍະ 7 ກວ່າທົດສະວັດ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດໃນໄລຍະ 10 ກວ່າປີຜ່ານມາ. ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະ ສະພາສູງ ທີ່ມີບົດບາດສຳຄັນໃນເວທີການເມືອງ ໃນການສະໜັບສະໜູນຊ່ວຍເຫຼືອເພື່ອການພັດທະນາ (ODA) ແກ່ ສປປລາວ ຢ່າງຕໍ່ເນື່ອງ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການຊ່ວຍເຫຼືອພາກປະຊາສັງຄົມ; ນອກຈາກນີ້, ຍັງແຈ້ງໃຫ້ຊາບການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ໃຫ້ກະທັດຮັດ (ປະກອບມີ 5 ກຳມາທິການ ແລະ ຫ້ອງວ່າການ) ແລະ ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2 ທີ່ຈະໄຂຂຶ້ນໃນເດືອນໜ້ານີ້.

(ອານຸສອນ ພູມມີທອນ)