ສໍາເລັດກວດກາເນື້ອໃນກົດໝາຍການບິນພົນລະເຮືອນ

ກ.ຍ. 18, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ໄດ້ປິດລົງໃນວັນທີ 17 ກັນຍາ 2026 ພາຍຫຼັງດໍາເນີນມາເປັນເວລາ 1 ວັນເຄິ່ງ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ເຂົ້າຮ່ວມມີທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາທ່ານຮອງປະທານກໍາມາທິການ ແລະ ກໍາມະການປະຈໍາ ກໝຍທ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນກ່ຽວຂ້ອງ.
ທ່ານປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ກ່າວວ່າ: ຕະຫຼອດໄລຍະດໍາເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງລະອຽດ ນັບແຕ່ມາດຕາທີໜຶ່ງຈົນຮອດມາດຕາສຸດທ້າຍ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງໂດຍລວມແມ່ນເຫັນດີເອກະພາບເປັນສ່ວນໃຫຍ່, ແຕ່ກໍຍັງມີ 3 ມາດຕາ ທີ່ຕ້ອງລາຍງານຂໍຄໍາເຫັນຊີ້ນໍາຈາກກອງປະຊຸມ ຄປຈສພຊ ຄື: ມາດຕາ 148 “ການບິນທົ່ວໄປ ທີ່ບໍ່ມີຈຸດປະສົງທາງການຄ້າ ແລະ ການບໍລິການ” ແລະ ມາດຕາ 149 “ການບິນທົ່ວໄປ ເພື່ອຈຸດປະສົງທາງການຄ້າ ແລະ ການບໍລິການ” ເຊິ່ງກອງປະຊຸມຍັງບໍ່ເອກະພາບກັນຕໍ່ກັບກິດຈະກໍາໃນການບິນທົ່ວໄປ ເພື່ອຈຸດປະສົງທາງການຄ້າ ແລະ ການບໍລິການ; ນອກຈາກ ບາລູນ, ພາຣາມໍເຕີ ຫຼື ເຮືອບິນຂະໜາດນ້ອຍ ເພື່ອການທ່ອງທ່ຽວ ແລະ ກິລາ ຕາມທີ່ກຳນົດໄວ້ແລ້ວ, ຍັງມີກິດຈະກຳອື່ນ ກໍຄວນກຳນົດເຂົ້າຕື່ມໃຫ້ຄົບຖ້ວນ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ເກັບພັນທະອາກອນເຂົ້າລັດ. ມາດຕາ 170 “ຄະນະກຳມະການຊອກຄົ້ນ ແລະ ກູ້ໄພແຫ່ງຊາດ” ກອງປະຊຸມເຫັນດີປັບປຸງເນື້ອໃນມາດຕານີ້ ໂດຍປ່ຽນຊື່ເປັນ “ຄະນະກຳມະການຊອກຄົ້ນ ແລະ ກູ້ໄພການບິນພົນລະເຮືອນແຫ່ງຊາດ” ແລະ ເນື້ອໃນໄດ້ເຈາະຈົງສະເພາະການຊອກຄົ້ນ ແລະ ກູ້ໄພກ່ຽວກັບການບິນພົນລະເຮືອນເທົ່ານັ້ນ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວອີກວ່າ: ວັນທີ 24-25 ກັນຍານີ້, ກຳມາທິການກົດໝາຍ ແລະ ຍຸຕິທຳ ຈະຈັດກອງປະຊຸມຄົບຄະນະຂອງຕົນ ເພື່ອນຳເອົາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ ຮ່າງກົດໝາຍອື່ນ ເພື່ອທາບທາມຄຳເຫັນກ່ອນເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X; ຫຼັງຈາກນັ້ນ, ຈະສັງລວມຄຳເຫັນ ແລ້ວສົມທົບກັບຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ເພື່ອຮ່ວມກັນຄົ້ນຄວ້າປັບປຸງເນື້ອໃນຕາມການປະກອບຄໍາເຫັນ ແລ້ວຈຶ່ງນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2.

(ສອນສັກ ວັນວິໄຊ)