ເປີດຕົວເວັບໄຊຊ່ວຍເຫຼືອດ້ານກົດໝາຍ

ກ.ຍ. 17, 2026

(ສພຊ) – ກອງປະຊຸມວຽກງານຊ່ວຍເຫຼືອດ້ານກົດໝາຍທົ່ວປະເທດ ຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ 2026 ພ້ອມທັງມີພິທີເປີດນຳໃຊ້ “ເວັບໄຊການຊ່ວຍເຫຼືອທາງດ້ານກົດໝາຍ” ເພື່ອເພີ່ມຊ່ອງທາງໃນການໃຫ້ຂໍ້ມູນ ແລະ ບໍລິການຊ່ວຍເຫຼືອດ້ານກົດໝາຍຜ່ານລະບົບອອນລາຍ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ໂທມາສ ລາມມາຣ ອຸປະທູດແຫ່ງລາຊະອານາຈັກລຸກຊຳບວກ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ທ່ານ ນາງ ສີສຸດາ ໂສພາວັນດີ ກ່າວວ່າ: “ວຽກງານຊ່ວຍເຫຼືອດ້ານກົດໝາຍ ແລະ ການໃຫ້ຄວາມຊ່ວຍເຫຼືອແບບອາສາສະໝັກ ຫຼື ໂປຣ ໂບໂນ (Pro Bono) ເປັນວຽກງານສຳຄັນໃນການອຳນວຍໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໄດ້ຢ່າງເທົ່າທຽມ”; ການບໍລິການຊ່ວຍເຫຼືອດ້ານກົດໝາຍ (ໃຫ້ຄຳປຶກສາໂດຍບໍ່ເສຍຄ່າ) ໄດ້ຖືກກຳນົດໄວ້ໃນກົດໝາຍວ່າດ້ວຍທະນາຍຄວາມ ແລະ ດຳລັດທີ່່ກ່ຽວຂ້ອງ ຜ່ານການຈັດຕັ້ງປະຕິບັດໂດຍຂະແໜງຍຸຕິທຳ, ສະຫະພັນແມ່ຍິງລາວ ແລະ ສະພາທະນາຍຄວາມ ຜ່ານຫຼາຍຮູບແບບເຊັ່ນ: ການເຜີຍແຜ່ກົດໝາຍ ແລະ ໃຫ້ຄຳປຶກສາແບບເຄື່ອນທີ່ ແລະ ປະຈຳສະຖານທີ່, ການໃຫ້ບໍລິການແບບ Pro Bono ຂອງສະພາທະນາຍຄວາມ ລວມທັງການຈັດພິມປຶ້ມຄູ່ມື, ແຜ່ນພັບ, ໂປສເຕີ, ວິດີໂອສັ້ນ ແລະ ການພັດທະນາເວັບໄຊ.
ໃນກອງປະຊຸມ, ໄດ້ຮ່ວມກັນປຶກສາຫາລືເພື່ອພັດທະນາຄວາມຮູ້, ຍົກສູງຄວາມສາມາດຂອງບຸກຄະລາກອນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃຫ້ການບໍລິການມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນທຳ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງບົດສະເໜີກ່ຽວກັບຫຼັກການ ແລະ ເນື້ອໃນສຳຄັນຂອງວຽກງານຊ່ວຍເຫຼືອດ້ານກົດໝາຍ ພ້ອມທັງແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ປະສົບການຈາກການປະຕິບັດວຽກງານຕົວຈິງ ເພື່ອເປັນບ່ອນອີງໃນການພັດທະນາບຸກຄະລາກອນດ້ານກົດໝາຍ ແລະ ຮ່ວມກັນປັບປຸງການໃຫ້ບໍລິການຍຸຕິທຳແກ່ປະຊາຊົນ ສາມາດເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໄດ້ຢ່າງທົ່ວເຖິງ.
ຈາກນັ້ນ, ໄດ້ເປີດຕົວເວັບໄຊໃໝ່ “ເວັບໄຊການຊ່ວຍເຫຼືອທາງດ້ານກົດໝາຍ” ເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊຳບວກ (ຜ່ານແຜນງານການສົ່ງເສີມລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ) ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນ ແລະ ຂໍຄວາມຊ່ວຍເຫຼືອທາງກົດໝາຍໄດ້ສະດວກວ່ອງໄວຜ່ານລະບົບອອນລາຍ.