(ສພຊ) – ວັນທີ 10 ກັນຍາຜ່ານມາ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍການມອບເງິນສົດ ຈຳນວນ 2,000,000,000 ກີບ (ສອງຕື້ກີບ) ໃຫ້ແກ່ ສະພາແຫ່ງຊາດ ເພື່ອນຳໄປຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ; ການມອບ-ຮັບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຂຶ້ນຢ່າງເປັນທາງການ ໂດຍມີຕົວແທນຈາກບໍລິສັດ ແລະ ຜູ້ຕາງໜ້າຈາກສະພາແຫ່ງຊາດ ເຂົ້າຮ່ວມ ເຊິ່ງເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເຂົ້າໃນການຟື້ນຟູ, ຊ່ວຍເຫຼືອຊີວິດຄວາມເປັນຢູ່ ແລະ ບັນເທົາຄວາມເດືອດຮ້ອນຂອງຜູ້ປະສົບໄພນ້ຳຖ້ວມໃນເຂດທີ່ໄດ້ຮັບຜົນກະທົບຢູ່ແຂວງຕ່າງໆ ຂອງ ສປປລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີມອບ-ຮັບເງິນດັ່ງກ່າວ ແລະ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອບັນເທົາທຸກປະຊາຊົນລາວ ໃນເວລາທີ່ປະເຊີນກັບໄພພິບັດຄັ້ງຮ້າຍແຮງໃນປີ 2026 ແລະ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປເຖິງຜູ້ປະສົບໄພທຳມະຊາດໃນຄັ້ງນີ້.

