ກວດກາເນື້ອໃນຮ່າງກົດໝາຍລັດຖະບານ

ກ.ຍ. 17, 2026

​​(ສພຊ)​ – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ກັນຍາ 2026 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ເຂົ້າຮ່ວມມີທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ),​ ທ່ານຮອງປະທານ ແລະ ທ່ານກຳມະການປະຈຳ ກໝຍທ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານປະທານປະເທດ, ຄະນະຈັດຕັ້ງສູນກາງພັກ, ກະຊວງຍຸຕິທຳ ແລະ ບັນດາກົມທີ່ກ່ຽວຂ້ອງຂອງ ສພຊ.​
​ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກົດໝາຍວ່າດ້ວຍລັດຖະບານສະບັບປັດຈຸບັນ ຍັງມີຫຼາຍມາດຕາທີ່ບໍ່ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ລັດຖະທໍາມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານ, ກົດໝາຍ ແລະ ລະບຽບການຂອງລັດຖະບານ ຊຸດທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ ຈຶ່ງເປັນເຫດຜົນໃນການປັບປຸງກົດໝາຍໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ກອງປະຊຸມຄັ້ງນີ້ ແມ່ນການຄົ້ນຄວ້າຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນການການຈັດຕັ້ງປະຕິບັດຕົວຈິງ.
ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ພິຈາລະນາບາງບັນຫາ ເປັນຕົ້ນ: ການກໍານົດກ່ຽວກັບສິດ ແລະ ໜ້າທີ່ຂອງລັດຖະບານ, ຂອງນາຍົກລັດຖະມົນຕີ ແລະ ຂອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນ ໃຫ້ມີຄວາມສອດຄ່ອງ, ຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ; ກຳນົດກ່ຽວກັບສິດ ແລະ ໜ້າທີ່ຂອງກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຂອງລັດຖະມົນຕີ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ ໃຫ້ເໝາະສົມ ແລະ ສອດຄ່ອງ.

(ອານຸສອນ ພູມມີທອນ)