ຫຼາຍພາກສ່ວນມອບເງິນອຸປະຖຳງານແຂ່ງກິລາມາລາທອນ

ກ.ຍ. 15, 2026

‎​ (ສພຊ)​ – ວັນທີ 14 ກັນຍາ 2026 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນອຸປະຖຳງານແຂ່ງກິລາມາລາທອນ ເຊິ່ງປະກອບມີ: ສະພາການຄ້າຊາວຈີນຕ່າງດ້າວປະຈຳ ສປປລາວ 20,000 ໂດລາ, ສະພາການຄ້າຈີນປະຈຳ ສປປລາວ 20,000 ໂດລາ, ສະມາຄົມຈີນ ນະຄອນຫຼວງວຽງຈັນ 20,000 ໂດລາ, ບໍລິສັດ ລາວທຽນຊື ພັດທະນາ ອຸດສາຫະກຳມັນຕົ້ນ ຈຳກັດຜູ້ດຽວ 20,000 ໂດລາ, ບໍລິສັດ ປູເຢ້ປັກກິ່ງ ມາຍນິງ (ລາວ) ຈໍາກັດ 20,000 ໂດລາ ແລະ ບໍລິສັດ ວັງຕັດ ມາຍນິງກຣຸບ 215 ລ້ານກີບ ເພື່ອຊຸກຍູ້ກິດຈະກຳແລ່ນມິນິມາລາທອນ ໃນງານສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 35 ປີ ແລະ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ; ກ່າວມອບໂດຍທ່ານ ບູລະພາ ສັນຕິຄົງຄາ (Yao Bin) ປະທານສະພາການຄ້າ ຊາວຈີນຕ່າງດ້າວ ປະຈໍາ ສປປລາວ, ປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.