ປະທານສະພາປະຊາຊົນແຂວງອັດຕະປື ໂອ້ລົມປະຊາຊົນ ກ່ອນຈ່າຍເງິນຊົດເຊີຍ

ກ.ຍ. 15, 2026

(ສພຊ) – ວັນທີ 14 ກັນຍາ 2026, ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍການນຳ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງສະໜາມໄຊ ໄດ້ລົງພົບປະໂອ້ລົມປະຊາຊົນບ້ານສະໝອງໃໝ່ປີນດົງ ກ່ອນຈັດຕັ້ງປະຕິບັດການເບີກຈ່າຍເງິນຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍ ໃຫ້ແກ່ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ.
ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຊົດເຊີຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນໄຟຟ້າ D ເຊປຽນ-ເຊນ້ຳນ້ອຍ ແຕກໃນຄັ້ງວັນທີ 23 ກໍລະກົດ 2018 ເປັນເຫດການທີ່ຮ້າຍແຮງທີ່ສຸດ ເຊິ່ງພັກ ແລະ ລັດຖະບານ ໄດ້ຈັດເຫດການໃນຄັ້ງນັ້ນ ເປັນເຫດການລະດັບຊາດທີ່ບໍ່ເຄີຍມີມາກ່ອນ, ມາຮອດປັດຈຸບັນ ກໍເປັນໄລຍະ 8 ປີ; ໃນຕະຫຼອດໄລຍະ 8 ປີຜ່ານມາ, ສູນກາງພັກ-ລັດຖະບານ, ອົງການປົກຄອງທ້ອງຖິ່ນຂອງແຂວງ ແລະ ເມືອງ ມີຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນຜູ້ໄດ້ຮັບຜົນກະທົບ. ສະນັ້ນ, ຈຶ່ງໄດ້ມີການສົບທົບຮ່ວມກັບບໍລິສັດພັດທະນາໂຄງການ (SK & PNPC) ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ ເຊັ່ນ: ການຊົດເຊີຍປະເພດພາຫະນະ, ເຄື່ອງຮັບໃຊ້ຄົວເຮືອນ, ວິສາຫະກິດຄົວເຮືອນ, ສັດລ້ຽງ, ສະບຽງອາຫານ, ເຄື່ອງຮັບໃຊ້ວຽກງານກະສິກຳ; ນອກນັ້ນ, ຍັງມີອີກຫຼາຍລາຍການຊົດເຊີຍ ເຊັ່ນ: ວຽກສັງຄົມສົງເຄາະ, ວຽກຟື້ນຟູທີ່ຢູ່ອາໄສ ແລະ ວຽກຟື້ນຟູດ້ານພື້ນຖານໂຄງລ່າງ ແລະ ການຈັດສັນເນື້ອທີ່ການຜະລິດ (5 ລາຍການໃຫຍ່ ) ແລະ ມາຮອດປັດຈຸບັນ ແມ່ນຈະໄດ້ເບີກຈ່າຍເງິນຊົດເຊີຍເປັນລາຍການທີ 6 ແລະ ເປັນລາຍການສຸດທ້າຍ ໃຫ້ປະຊາຊົນໃນ 6 ບ້ານ 1 ຄຸ້ມ ທີ່ໄດ້ຮັບຜົນກະທົບໜັກ.
ໂອກາດດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ຕາມມະຕິຕົກລົງສະບັບເລກທີ 2060/ຄປພຂ, ລົງວັນທີ 11 ກັນຍາ 2026 ມີຄວາມຮູ້ສຶກພາກພູມໃຈ ແລະ ຕື້ນຕັນໃຈຢ່າງຍິ່ງ ທີ່ໄດ້ລົງມາພົບປະໂອ້ລົມ ແລະ ຢ້ຽມຢາມຖາມຂ່າວປະຊາຊົນ, ພວກເຮົາຍັງຈື່ຈຳໄດ້ດີເຖິງເຫດການອັນໜັກໜ່ວງໃນປີ 2018 ອຸບັດເຫດຄູກັນນ້ຳ D ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊປຽນ-ເຊນ້ຳນ້ອຍ ແຕກພັງໃນຄັ້ງນັ້ນ, ມັນແມ່ນໄພພິບັດຄັ້ງໃຫຍ່ທີ່ບໍ່ມີໃຜຄາດຄິດ ແລະ ບໍ່ມີໃຜຢາກໃຫ້ເກີດຂຶ້ນ, ມັນໄດ້ສ້າງຄວາມສູນເສຍ ແລະ ຄວາມເຈັບປວດຢ່າງແສນສາຫັດໃຫ້ແກ່ຊີວິດ, ຊັບສິນ, ເຮືອນຊານ, ທີ່ດິນທຳມາຫາກິນ ແລະ ສັດລ້ຽງຂອງປະຊາຊົນ ໃນ 6 ບ້ານ ແລະ 1 ຄຸ້ມ ຢ່າງໜັກໜ່ວງທີ່ສຸດ, ຄວາມທຸກຍາກລຳບາກໃນຄ່ຳຄືນນັ້ນ ແລະ ຄວາມເປັນຫ່ວງເປັນໄຍໃນອະນາຄົດ ໄດ້ກາຍເປັນບາດແຜທາງໃຈຂອງພວກເຮົາທຸກຄົນ, ຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາແຕ່ລະໄລຍະຂອງພາກ-ລັດ; ແຕ່ໃນທ່າມກາງຄວາມທຸກຍາກ ແລະ ວິກິດການດັ່ງກ່າວ, ຂ້າພະເຈົ້າຢາກໃຫ້ປະຊາຊົນທຸກຄົນເຊື່ອໝັ້ນວ່າ “ພັກ ແລະ ລັດຖະບານ, ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື ບໍ່ເຄີຍປະລະ ຫຼື ປ່ອຍປະລະເລີຍປະຊາຊົນແມ່ນແຕ່ວິນາທີດຽວ”. ນັບຕັ້ງແຕ່ມື້ເກີດເຫດເບື້ອງຕົ້ນຈົນເຖິງປັດຈຸບັນ, ພັກ ແລະ ລັດ ໄດ້ທຸ້ມເທທຸກກຳລັງແຮງ ແລະ ສະຕິປັນຍາ ເຂົ້າໃນການແກ້ໄຂບັນຫາໃນແຕ່ລະໄລຍະຢ່າງເປັນຂັ້ນຕອນ. ທ່ານກ່າວອີກວ່າ: ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ຈະແຈ້ງໃຫ້ຊາບວ່າ, ພາກລັດ ແລະ ບໍລິສັດ PNPC ໄດ້ບັນລຸຂໍ້ຕົກລົງຮ່ວມກັນຢ່າງສົມບູນໃນການຊຳລະເງິນຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍ ຈະຖືກນຳໄປເບີກຈ່າຍໂດຍກົງໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໜັກ ທັງໝົດ 968 ຄົວເຮືອນ ໃນ 6 ບ້ານ ແລະ 1 ຄຸ້ມ ຢ່າງທົ່ວເຖິງ; ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ແກ່ຄະນະພັກ ແລະ ອຳນາດການປົກຄອງແຂວງອັດຕະປື ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ ມາຍັງປະຊາຊົນທຸກຄົນ ທີ່ໄດ້ມີຄວາມອົດທົນ, ເສຍສະຫຼະ, ໃຫ້ຄວາມຮ່ວມມື ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດຖະບານ ຕະຫຼອດໄລຍະເວລາແຫ່ງຄວາມຍາກລຳບາກຜ່ານມາ, ຄວາມສາມັກຄີຂອງພວກເຮົາໃນມື້ນີ້ ຈະເປັນແຮງຜັກດັນໃຫ້ເມືອງສະໜາມໄຊຂອງພວກເຮົາ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ.
(ວິໄລສັກ ແກ້ວຫຼວງໂຄດ)