(ສພຊ) – ວັນທີ 8-9 ກັນຍານີ້, ທ່ານ ພົຈວ. ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແລະ ຊຸກຍູ້ວຽກງານ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ປະຈຳປີ 2026 ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ຕາມລຳດັບ; ໂດຍໄດ້ຮັບການຕ້ອນຮັບ ແລະ ປະຊຸມຮ່ວມກັບທ່ານຮອງປະທານສະພາປະຊາຊົນແຂວງ (ສພຂ) ພ້ອມດ້ວຍປະທານ-ຮອງປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ, ຕາງໜ້າສອງກຳລັງ ປກຊ-ປກສ, ສະຫະພັນນັກ ຮົບເກົ່າ, ຫ້ອງການຄະນະກຳມະການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ 2 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງແຕ່ລະພາກສ່ວນໄດ້ລາຍງານສະພາບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ; ພ້ອມກັນນີ້, ຍັງໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຫຼາຍປະເດັນສໍາຄັນ ເປັນຕົ້ນແມ່ນການຄຸ້ມຄອງ ແລະ ຮັກສາຄວາມສະຫງົບຮຽບຮ້ອຍ, ການແກ້ໄຂບັນຫາຢາເສບຕິດ, ການຄ້າມະນຸດ, ການລັກລອບຄ້າຂາຍເຄື່ອງຜິດກົດໝາຍ ແລະ ອາຊະຍາກໍາທາງໄຊເບີ, ການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ສາຍດ່ວນຈາກພະນັກງານ-ນັກຮົບ, ສະມາຊິກສະຫະພັນນັກຮົບເກົ່າ ແລະ ປະຊາຊົນບັນດາເຜົ່າ ເຊິ່ງເຫັນໄດ້ຈຸດດີ, ຂໍ້ຄົງຄ້າງ, ສາເຫດທີ່ຈະຕ້ອງພ້ອມກັນແກ້ໄຂໃນຕໍ່ໜ້າ ລວມທັງການປັບປຸງກົນໄກການປະສານງານລະຫວ່າງ ສພຂ ກັບ ກອງບັນຊາການ ປກຊ-ປກສ ແຂວງ ໃຫ້ມີຄວາມແໜ້ນແຟ້ນ ແລະ ວ່ອງໄວຂຶ້ນ.

ໃນຕອນທ້າຍກອງປະຊຸມ, ທ່ານ ພົຈວ. ສຸລິໄຊ ພິຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ບັນດາພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ກໍາລັງ ປກຊ-ປກສ ແລະ ປະຊາຊົນ ມີສະຕິເຄົາລົບ ແລະ ປະຕິບັດຕາມລະບຽບກົດໝາຍຢ່າງເຄັ່ງຄັດ, ສະພາປະຊາຊົນແຂວງ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍຂອງບັນດາອົງການປົກຄອງ ແລະ ອົງການຍຸຕິທໍາ ໃຫ້ມີຄວາມໂປ່ງໃສ ແລະ ສັກສິດ; ສືບຕໍ່ກໍາສະພາບຄວາມສະຫງົບ, ສະກັດກັ້ນບັນຫາຢາເສບຕິດ, ການຄ້າມະນຸດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງຊາຍແດນສັນຕິພາບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ສືບຕໍ່ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ຈັດຕັ້ງປະຕິບັດນະໂຍບາຍຕໍ່ສະມາຊິກສະຫະພັນນັກຮົບເກົ່າຢ່າງທົ່ວເຖິງ; ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ການປະສານງານກັບທຸກພາກສ່ວນກ່ຽວຂ້ອງ ເພື່ອໃຫ້ມີຄວາມສະ ຫງົບ ແລະ ມີການພັດທະນາຢ່າງຮອບດ້ານ.

ທີ່ແຂວງເຊກອງ, ຄະນະໄດ້ມອບຄອມພິວເຕີຕັ້ງຕັກ (ແລັບທັອບ) 1 ຊຸດ ມູນຄ່າ 19 ລ້ານກີບ ພ້ອມເງິນສົດ 3 ລ້ານກີບ ໃຫ້ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ; ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ແລະ ເຈ້ຍA4 ລວມມູນຄ່າ 22.5 ລ້ານກີບ ໃຫ້ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ; ລົງຢ້ຽມຢາມ ແລະ ມອບຄອມພິວເຕີຕັ້ງໂຕະ 1 ຊຸດ, ເຈ້ຍA4, ຢາປົວພະຍາດ ແລະ ໝີ່ກ່ອງສຳເລັດຮູບ ລວມມູນຄ່າຫຼາຍກວ່າ 21.5 ລ້ານກີບ ໃຫ້ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ.
ທີ່ແຂວງອັດຕະປື, ຄະນະໄດ້ມອບອຸປະກອນວິຊາສະເພາະໃຫ້ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ. ລົງຢ້ຽມຢາມ, ພົບປະໂອ້ລົມ ນາຍ ແລະ ພົນທະຫານ-ຕໍາຫຼວດ ຢູ່ຄ້າຍຄຸມຂັງດັດສ້າງສະເພົາ ແລະ ກອງຮ້ອຍຊາຍແດນ 543 ເພື່ອຮັບຟັງການລາຍງານສະພາບລວມ ໂດຍທ່ານປະທານກຳມາທິການ ປກຊ-ປກສ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ອຸທິດເຫື່ອແຮງ ແລະ ຄວາມເສຍສະຫຼະອັນໃຫຍ່ຫຼວງຂອງທັງສອງກໍາລັງ ພ້ອມທັງມີທິດຊີ້ນໍາ ແລະ ໃຫ້ກໍາລັງໃຈ ອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ, ເພີ່ມທະວີຄວາມສາມັກຄີພາຍໃນ, ສືບຕໍ່ເຝິກຝົນຮ່ຳຮຽນ, ກໍາສະພາບຄວາມສະຫງົບໃຫ້ແໜ້ນ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີຜົນສໍາເລັດ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ຈາກນັ້ນ, ໄດ້ມອບຢາປົວພະຍາດ ແລະ ເຄື່ອງຮັບໃຊ້ວິຊາສະ ເພາະອີກດ້ວຍ.

