ກວດກາຄວາມສອດຄ່ອງຮ່າງກົດໝາຍແຮ່ທາດ

ກ.ຍ. 8, 2026

(ສພຊ) – ວັນທີ 2-4 ກັນຍາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ, ກະຊວງຍຸຕິທຳ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງ (ຮ່າງ) ກົດໝາຍວ່າດ້ວຍແຮ່ ທາດ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຈາກ 2 ກະຊວງດັ່ງກ່າວ ພ້ອມດ້ວຍຕາງໜ້າຈາກສະພາແຫ່ງຊາດ, ກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 16 ທ່ານ.
ຮ່າງກົດໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ, ການປົກປັກຮັກສາ, ການຊື້ຂາຍ, ການດຳເນີນທຸລະກິດກ່ຽວກັບແຮ່ທາດ, ການນຳໃຊ້ແຮ່ທາດ ແລະ ຊັບ ພະຍາກອນແຮ່ທາດ ເພື່ອເຮັດໃຫ້ການສຳຫຼວດ, ການຂຸດຄົ້ນ, ການປຸງແຕ່ງແຮ່ທາດ ເປັນລະບົບ, ມີປະສິດທິພາບສູງ ແລະ ມີຄວາມໂປ່ງໃສ ຮັບປະກັນການປ້ອງກັນສຸຂະພາບ, ຊີວິດ, ຄວາມປອດໄພຂອງຜູ້ອອກແຮງງານ, ຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ແນໃສ່ພັດທະນາເຂດບໍ່ແຮ່ຢ່າງມີແຜນການ ໄປຕາມທິດປະຢັດ, ສີຂຽວ ແລະ ຍືນຍົງ; ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນ.
ແຮ່ທາດ ແມ່ນທາດທີ່ເກີດຂຶ້ນໂດຍທຳມະຊາດ, ມີຄຸນລັກສະນະທາງດ້ານເຄມີ ແລະ ວັດຖຸວິທະຍາ ຫຼື ກາຍຍະພາບ ຢູ່ໃນພາວະແຂງ, ພາວະແຫຼວ ແລະ ພາວະອາຍ ເຊັ່ນ: ຄຳ, ເງິນ, ທອງ, ເຫຼັກ, ກົ່ວ, ແກ້ວປະເສີດ, ຫີນ, ດິນໜຽວ, ຫີນຊາຍ, ຊາຍ, ເກືອໂປຕາສ, ຖ່ານຫີນ, ນ້ຳມັນດິບ, ອາຍແກັດທຳມະຊາດ, ແຮ່ທາດກຳມັນຕະພາບລັງສີ, ນ້ຳແຮ່ທາດ, ນ້ຳອຸ່ນ, ນ້ຳຮ້ອນທຳມະຊາດ.
ທີ່ກອງປະຊຸມ ໄດ້ມີການຄົ້ນຄວ້າ, ປຶກສາຫາລືກ່ຽວກັບເນື້ອໃນຮ່າງກົດໝາຍວ່າດ້ວຍແຮ່ທາດສະບັບປັບປຸງ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມ, ສອດຄ່ອງກັບເຕັກນິກການສ້າງນິຕິກໍາ ເຊິ່ງຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາດ້ວຍຄວາມເອົາໃຈໃສ່ ເພື່ອໃຫ້ໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ.
(ພາບ-ຂ່າວ: ກົມກົດໝາຍ, ກະຊວງຍຸຕິທຳ)