ຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມປະຈຳປີຂອງ AFPPD

ກ.ຍ. 8, 2026

(ສພຊ) – ລະຫວ່າງວັນທີ 3-4 ກັນຍາ 2026, ຄະນະຜູ້ແທນລາວ ນໍາໂດຍທ່ານ ກໍລະກັນ ພົມມະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ທັງເປັນຄະນະກຳມະການປະຈຳ, ປະທານກຳມາທິການການລົງທຶນໃສ່ໄວໜຸ່ມ ຂອງອົງການສະມາຊິກ​ລັດຖະສະພາ​ອາ​ຊີ-ປາຊີຟິກ ກ່ຽວກັບ​ປະຊາກອນ ​ແລະ ການ​ພັດທະນາ (AFPPD) ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ 2026 ຂອງອົງການ AFPPD ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ; ກອງປະຊຸມໄດ້ຮັບກຽດກ່າວເປີດໂດຍທ່ານ ດາໂຕ ອາວັງ ບີມີ ອາວັງ ອາລີ ບາຊາ ປະທານສະພາສູງມາເລເຊຍ, ກ່າວຕ້ອນຮັບໂດຍທ່ານ ອາເລັກຊານເດີ ນັນຕາ ລິງກິ ລັດຖະມົນຕີກະຊວງແຮງງານມາເລເຊຍ ແລະ ກ່າວມີຄຳເຫັນໂດຍທ່ານ ນາງ ກາມິກະວາ ໂຢໂກະ ສະມາຊິກລັດຖະສະພາຍີ່ປຸ່ນ ທັງເປັນປະທານອົງການ AFPPD ແລະ ທ່ານ ພີໂອ ສະມິດ ຜູ້ຊ່ວຍເລຂາທິການໃຫຍ່ສະຫະປະຊາຊາດ, ຮອງຜູ້ອໍານວຍການບໍລິຫານອົງການ UNFPA.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາ ເປັນຕົ້ນແມ່ນການນຳໃຊ້ຜົນປະໂຫຍດດ້ານປະຊາກອນ: ໂອກາດ, ສິ່ງທ້າທາຍ ແລະ ແນວທາງນະໂຍບາຍ; ເສີມສ້າງເສດຖະກິດການດູແລເພື່ອການພັດທະນາແບບຍືນຍົງ, ການປ່ຽນແປງສະພາບອາກາດ ແລະ ກຸ່ມທີ່ມີຄວາມສ່ຽງ: ຈາກຄວາມສ່ຽງໄປສູ່ຄວາມຢືດຢຸ່ນ, ການຫັນເປັນດິຈິຕອນ ແລະ ນະວັດຕະກໍາສໍາລັບການເຄື່ອນໄຫວຂອງປະຊາກອນ; ການລາຍງານຜົນການຕິດຕາມຜົນສໍາເລັດຂອງກອງປະຊຸມລັດຖະມົນຕີ ແລະ ລັດຖະສະພາລະດັບສູງໃນກອງປະຊຸມ Women Deliver 2026; ບົດລາຍງານຂອງບັນດາປະເທດອາຊີຕາເວັນອອກ, ອາຊີຕາເວັນອອກສຽງໃຕ້ ແລະ ອາຊີກາງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຊາກອນ ແລະ ການພັດທະນາ; ການສົນທະນາກັບຄູ່ຮ່ວມງານກ່ຽວກັບການລົບລ້າງຄວາມທຸກຍາກ, ການກຽມພ້ອມສໍາລັບກອງປະຊຸມຄັ້ງທີ 60 ຂອງຄະນະກໍາມະການພັດທະນາປະຊາກອນ; ການເປີດເຜີຍ ແລະ ປະເມີນແນວໂນ້ມພາກພື້ນໃນປັດຈຸບັນ ທີ່ທ້າທາຍຄວາມພະຍາຍາມໃນການລົບລ້າງຄວາມທຸກຍາກ. ນອກຈາກນັ້ນ, ຍັງໄດ້ເຂົ້າຮ່ວມວາລະກອງປະຊຸມຄົບຄະນະບໍລິຫານງານ ຄັ້ງທີ 102 ຂອງອົງການ AFPPD, ການຢ້ຽມຢາມຫ້ອງການໃໝ່ຂອງສໍານັກງານໃຫຍ່ອົງການ AFPPD ແລະ ພິທີເປີດຢ່າງເປັນທາງການ.
ທ່ານ ກໍລະກັນ ພົມມະວົງ ໄດ້ຮັບກຽດເປັນປະທານນຳພາກອງປະຊຸມວາລະທີ 1 ໃນຫົວຂໍ້ “ການນຳໃຊ້ຜົນປະໂຫຍດດ້ານປະຊາກອນ: ໂອກາດ, ສິ່ງທ້າທາຍ ແລະ ແນວທາງນະໂຍບາຍ” ເຊິ່ງວາລະດັ່ງກ່າວໄດ້ທົບທວນຄືນຜົນປະໂຫຍດ ແລະ ບົດຮຽນທີ່ໄດ້ຮຽນຮູ້ຈາກການຈັດຕັ້ງປະຕິບັດນະໂຍບາຍ ແລະ ໂຄງການຊາວໜຸ່ມໃນພາກພື້ນ; ຄວາມເປັນຈິງຂອງຊາວໜຸ່ມໃນປັດຈຸບັນແມ່ນຫຍັງ? ໂດຍສະເພາະນະໂຍບາຍທາງດ້ານປະຊາກອນ ແລະ ຄວາມຢືດຢຸ່ນ ໃນສັງຄົມທີ່ມີອັດຕາການຈະເລີນພັນຕໍ່າ, ສັງຄົມຜູ້ອາຍຸສູງ ແລະ ສິ່ງສຳຄັນແມ່ນບົດບາດຂອງສະມາຊິກລັດຖະສະພາສຳລັບວຽກງານປະຊາກອນ ເປັນຕົ້ນແມ່ນການລົງທຶນໃສ່ສຸຂະພາບ ແລະ ການສຶກສາຂອງຊາວໜຸ່ມ, ຂໍ້ມູນຂ່າວສານທີ່ເໝາະສົມສຳລັບຊາວໜຸ່ມ, ຄວາມຮຸນແຮງທີ່ເກີດຈາກທາງອອນລາຍ, ຄວາມຕ້ອງການຂອງຊາວໜຸ່ມ, ວິທີການໃນການລົງທຶນເພື່ອພວກເຂົາ ແລະ ການແກ້ໄຂບັນຫາເພື່ອປົກປ້ອງພວກເຂົາຈາກຄວາມຮຸນແຮງ, ການຈຳແນກ ແລະ ຄວາມສ່ຽງອື່ນໆ.