ພິທີມອບເງິນຊ່ວຍເຫຼືອໄພພິບັດຢູ່ແຂວງຫຼວງພະບາງ

ກ.ຍ. 8, 2026

……………………………………………………………………..
(ສພຊ) – ວັນທີ 05 ສິງຫາ 2026 ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ ໃນການຊ່ວຍເຫຼືອ ແລະ ຟື້ນຟູຜູ້ປະສົບໄພນ້ຳຖ້ວມຢູ່ນະຄອນຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ, ເມືອງນານ, ເມືອງໂພນໄຊ ແລະ ເມືອງນ້ຳບາກ; ຕາງໜ້າມອບໂດຍທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ຕາງໜ້າຮັບໂດຍທ່ານ ບຸນເລື່ອນ ມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.