(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໄດ້ຈັດຂຶ້ນລະຫວ່າງວັນທີ 31 ສິງຫາ ຫາ 1 ກັນຍາ 2026 ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຮ່ວມ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ທ່ານ ພົທ. ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ທ່ານ ພົຈວ. ສຸລິໄຊ ພິຈິດ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງມີບັນດາຮອງປະທານກໍາມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ກໍາມະການປະຈໍາ ກໝຍທ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການກ່າວເປີດ, ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມ ເນື່ອງຈາກວ່າຮ່າງກົດໝາຍສະບັບນີ້ ປະເມີນຜົນການຈັດຕັ້ງປະຕິບັດມາແລ້ວ ຍັງມີບາງບັນຫາພົບຄວາມຫຍຸ້ງຍາກທີ່ຈະຕ້ອງໄດ້ຮັບການແກ້ໄຂ, ການປັບປຸງເທື່ອນີ້ ເພື່ອແກ້ໄຂບັນຫາ ເປັນຕົ້ນ: ການຄຸ້ມຄອງວຽກງານທະຫານ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກົມກອງເຫຼົ່າຮົບ; ການປະຕິບັດນະໂຍບາຍໃຫ້ນາຍທະຫານແຕ່ລະຂັ້ນ ເປັນຕົ້ນ ການປະດັບຊັ້ນ, ການເລື່ອນຊັ້ນ, ການທຽບຊັ້ນ; ການປະຕິບັດນະໂຍບາຍຕໍ່ຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບໍານານ ແລະ ຄອບຄົວນາຍທະຫານຜູ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດທຸລະກັນດານ ໃຫ້ໄດ້ຮັບການເບິ່ງແຍງດູແລຢ່າງເໝາະສົມ ແລະ ທົ່ວເຖິງ ໃຫ້ສົມຄູ່ກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ສະນັ້ນ, ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າຢ່າງລະອຽດ, ຮອບດ້ານ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດ.
ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ກໍາມາທິການກົດໝາຍ ແລະ ຍຸຕິທໍາ ຈະໄດ້ລາຍງານຜົນສໍາເລັດການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຕໍ່ກອງປະຊຸມ ຄປຈສພຊ ປະຈໍາເດືອນກັນຍາ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍປີນີ້.
(ບຸນຊູ ດາລາແສນ)

