ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຂ່ຳນັບປະທານສະພາແຫ່ງຊາດກຳປູເຈຍ

ກ.ຍ. 1, 2026

(ສພຊ) – ວັນທີ 27 ສິງຫາ 2026, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປລາວ ນຳໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຂ່ຳນັບສົມເດັດ ມະຫາ ຣັດຖະສະເພຍທິກາ ທິພາດີ ຄຸນ ສຸດາຣີ ປະທານສະພາແຫ່ງຊາດກຳປູເຈຍ ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 2 ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ.
ໃນການຢ້ຽມຂ່ຳນັບ, ທ່ານປະທານສະພາແຫ່ງຊາດກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮັກສາການແທນປະທານສະພາແຫ່ງຊາດລາວ ທີ່ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້ ອັນໄດ້ສະແດງໃຫ້ເຫັນເຖິງມິດຕະພາບທີ່ແໜ້ນແຟ້ນ ແລະ ການສະໜັບສະໜູນທີ່ດີຕໍ່ລັດຖະສະພາກຳປູເຈຍ ໃນການເປັນເຈົ້າພາບ, ທັງເປັນການປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມທີ່ສຳຄັນດັ່ງກ່າວ. ທ່ານ ນາງ ສູນທອນ ໄຊຍະຈັກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນ ແລະ ການກະກຽມທີ່ດີເລີດ ໃນການເປັນເຈົ້າພາບຂອງລັດຖະສະພາກຳປູເຈຍ ອັນໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ບົດບາດສະພາສູງ ແລະ ສະພາແຫ່ງຊາດກຳປູເຈຍ ໃນເວທີພາກພື້ນ ແລະ ສາກົນ.
ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ກໍຄືລະຫວ່າງສອງອົງການນິຕິບັນຍັດ ທີ່ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ; ພ້ອມທັງປຶກສາຫາລືກັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໃນການສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດບົດບາດການເຄື່ອນໄຫວຂອງອົງການນິຕິບັນຍັດຂອງສອງປະເທດ, ຊຸກຍູ້ໃຫ້ມີການໄປມາຫາສູ່ກັນຂອງປະຊາຊົນທັງສອງຊາດ, ການແລກປ່ຽນຄະນະຊາວໜຸ່ມຂອງ 3 ປະເທດອິນດູຈີນ, ສືບຕໍ່ກົນໄກການພົບປະລະຫວ່າງອົງການນິຕິບັນຍັດຂອງ 3 ປະເທດ ໃຫ້ມີຄວາມແໜ້ນແຟ້ນກັນຫຼາຍຂຶ້ນ.