ສະຖານທູດສິງກະໂປ ຈັດງານສະຫຼອງວັນຊາດຄົບຮອບ 61 ປີ

ສ.ຫ. 31, 2026

(ສພຊ) – ວັນທີ 27 ສິງຫານີ້, ສະຖານທູດສິງກະໂປປະຈໍາລາວ ຈັດງານສະເຫຼີມສະຫຼອງວັນຊາດສິງກະໂປ ຄົບຮອບ 61 ປີ (09/8/1965-09/8/2026) ໂດຍມີທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ, ບັນດາການນຳຂັ້ນສູງຂອງກະຊວງ ແລະ ອົງການ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ອອງ ຊຽວ ເກ (Ong Siew Gay) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດສິງກະໂປ ປະຈໍາ ສປປລາວ ກ່າວວ່າ: ງານສະເຫຼີມສະຫຼອງວັນຊາດສິງກະໂປໃນປີນີ້ ມີຄວາມໝາຍສຳຄັນພິເສດ ເນື່ອງຈາກພວກເຮົາຍັງຢູ່ໃນບັນຍາກາດສະເຫຼີມສະຫຼອງຄົບຮອບ 25 ປີ ຄູ່ຮ່ວມມືເພື່ອການພັດທະນາ ລະຫວ່າງ ສ.ສິງກະໂປ ແລະ ສປປລາວ; ພ້ອມກັນນີ້, ຍັງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງສິງກະໂປ ຕະຫຼອດໄລຍະ 61 ປີຜ່ານມາ ເປັນຕົ້ນ ຄວາມສາມັກຄີທາງສັງຄົມ, ສະຖຽນລະພາບທາງການເມືອງ, ການເຕີບໂຕ ແລະ ການພັດທະນາທາງເສດຖະກິດຢ່າງຕໍ່ເນື່ອງ. ທ່ານຍັງໃຫ້ຮູ້ອີກວ່າ: ສ.ສິງກະໂປ ແລະ ສປປລາວ ເປັນປະເທດທີ່ມີຄວາມຄ້າຍຄືກັນ ແລະ ເປັນຄູ່ຮ່ວມງານທີ່ໃກ້ຊິດໃນເວທີອາຊຽນ, ພວກເຮົາເຮັດວຽກເພື່ອຜົນປະໂຫຍດຮ່ວມກັນ, ຊຸກຍູ້ໃຫ້ເສດຖະກິດໃນພາກພື້ນມີການເຊື່ອມໂຍງ, ໝັ້ນຄົງ ແລະ ເປີດກວ້າງ. ການພັດທະນາຊັບພະຍາກອນມະນຸດ ແມ່ນຮາກຖານສຳຄັນຂອງການຮ່ວມມືສອງຝ່າຍ; ມາຮອດປັດຈຸບັນ, ພະນັກງານ-ລັດຖະກອນລາວ ເກືອບ 18,000 ຄົນ ໄດ້ເຂົ້າຮ່ວມເຝິກອົບຮົມຫຼັກສູດຕ່າງໆ ເຊັ່ນການເສີມສ້າງຄວາມເຂັ້ມແຂງ ແລະ ການພັດທະນາວິຊາຊີບ ພາຍໃຕ້ໂຄງການຮ່ວມມືສິງກະໂປ (SCP), ການແລກປ່ຽນຄວາມຮູ້ຢ່າງຕໍ່ເນື່ອງ ຍັງຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານ, ສົ່ງເສີມການຫັນປ່ຽນສູ່ດິຈິຕອນ ແລະ ພັດທະນາທັກສະດ້ານເຕັກນິກໃນຫຼາຍຂະແໜງການຂອງ ສປປລາວ.