ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ເຂົ້າພົບປະທານສະພາປະຊາຊົນແຂວງ ໃນໂອກາດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານ ຢູ່ແຂວງອັດຕະປື

ສ.ຫ. 31, 2026

ວັນທີ 28 ສິງຫາ 2026 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອັດຕະປື, ທ່ານ ບຸນຈັນ ສີວົງພັນ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ສພຊ) ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ບຸນເຖິງ ດວງສະຫວັນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ) ອັດຕະປື ໃນໂອກາດລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຫ້ອງວ່າ ສພຂ ອັດຕະປື. ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວເຖິງຈຸດປະສົງຂອງການເຄື່ອນໄຫວເຮັດວຽກຄັ້ງນີ້, ໂດຍສະເພາະແມ່ນການຕິດຕາມ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານການຈັດຕັ້ງ, ການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ-ຊັບຊ້ອນພະນັກງານ, ການຈັດຕັ້ງປະຕິບັດພາລະບົດບາດຂອງຫ້ອງວ່າການ ສພຂ ອັດຕະປື ແລະ ປັບປຸງກົນໄກການເຮັດວຽກຂອງເສນາທິການໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ ແລະ ມີປະສິດທິພາບ. ພ້ອມດຽວກັນນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຄຸ້ມຄອງ, ການຄົ້ນຄວ້າສັງລວມຂໍ້ມູນ ແລະ ການປະສານງານລະຫວ່າງ ຫ້ອງວ່າການ ສພຊ ແລະ ຫ້ອງວ່າການ ສພຂ ເພື່ອໃຫ້ມີຄວາມກົມກຽວ.ທ່ານ ບຸນເຖິງ ດວງສະຫວັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້, ເຊິ່ງຖືເປັນການປະກອບສ່ວນອັນສໍາຄັນໃນການຊຸກຍູ້, ແນະນໍາ ແລະ ໃຫ້ທິດຊີ້ນໍາແກ່ ສພຂ ອັດຕະປື. ທ່ານໄດ້ເນັ້ນວ່າ ຜົນຂອງການແລກປ່ຽນບົດຮຽນຄັ້ງນີ້ ຈະຊ່ວຍໃຫ້ການເປັນເສນາທິການຂອງຫ້ອງວ່າການ ສພຂ ມີຄວາມເຂັ້ມແຂງ, ເຮັດໃຫ້ການຕອບສະໜອງ ແລະ ການປະສານງານມີຄວາມຮັດກຸມ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນຢ່າງມີຜົນສໍາເລັດ.

(ວິນັດ)