ສ້າງ​ຄວາມ​ເຂັ້ມ​ແຂງໃຫ້ ສສຂ ດ້ານພາວະຄວາມເປັນຜູ້ນໍາ ແລະ ການມີສ່ວນຮ່ວມກັບປະຊາຊົນ

ສ.ຫ. 27, 2026

(ສພຊ) – ກອງປະຊູມເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານພາວະຄວາມເປັນຜູ້ນໍາ ແລະ ການ​ມີສ່ວນຮ່ວມກັບປະຊາຊົນ ໃຫ້​ແກ່​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ (ສສຂ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-28 ສິງ​ຫາ 2026 ທີ່ເມືອງວັງ​ວຽງ ​ແຂວງ​ວຽງ​ຈັນ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ເຊິ່ງມີບັນດາທ່ານຮອງ​ປະ​ທານ, ຫົວ​ໜ້າ ແລະ ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​, ແລະ ຄະ​ນະ​​ກຳມະການສະພາປະ ຊາຊົນຂັ້ນແຂວງ ທີ່ເປັນ ສສຂ 18 ແຂວງທົ່ວປະເທດ; ວິ​ທະ​ຍາ​ກອນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ຄະ​ນະ​ຮັບ​ຜິດ​ຊອບ ແລະ ກອງເລຂາຊ່ວຍວຽກກອງປະຊູມ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຊ່ຽວຊານຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ ເຂົ້າຮ່ວມຫຼາຍກວ່າ 140 ທ່ານ.
ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ​ຖື​ເປັນ​ໂອ​ກາດດີ​ໃນ​ການ​ຍົກ​ສູງ​ຄວາມ​ຮູ້ຄວາມ​ສາ​ມາດ, ທັກ​ສະ ແລະ ປະ​ສົບ​ການ ​ຂອງ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ ເພື່ອໃຫ້​ສາ​ມາດ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່​ຂອງ​ຕົນ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ການ​ມີ​ຄວາມ​ຮູ້​ທີ່​ແໜ້ນ​ແກ່ນ, ເຂົ້າ​ໃຈ​ບົດ​ບາດ ແລະ ໜ້າ​ທີ່​ຢ່າງ​ຖືກ​ຕ້ອງ, ມີ​ທັກ​ສະ​ໃນ​ການ​ປະ​ຕິ​ບັດ​ວຽກ ແລະ ສາ​ມາດ​ປະ​ສານ​ງານ​ກັບ​ພາກ​ສ່ວນ​ຕ່າງໆ​ໄດ້​ດີ ຈະ​ເປັນ​ພື້ນ​ຖານ​ສຳ​ຄັນ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ສະ​ພາ ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ການ​ນຳ​ເອົາ​ບາງ​ບົດ​ຮຽນ​ຈາກ​ຕ່າງ​ປະ​ເທດ​ມາ​ແລກ​ປ່ຽນ​ໃນ​ຄັ້ງ​ນີ້​ ກໍ​ເປັນ​ປະ​ໂຫຍດ​ຢ່າງ​ຍິ່ງ ເພາະ​ແຕ່​ລະ​ປະ​ເທດ​ມີ​ພາ​ລະ​ບົດ​ບາດ, ລະ​ບົບ ແລະ ເງື່ອນ​ໄຂ​ທີ່​ແຕກ​ຕ່າງ​ກັນ; ການ​ສຶກ​ສາ​ບົດ​ຮຽນ​ຈາກ​​ສາ​ກົນ ຈຶ່ງ​ຄວນ​ເນັ້ນ​ການ​ສຶກ​ສາປຽບ​ທຽບ ແລະ ເລືອກ​ເຟັ້ນ​ສິ່ງ​ທີ່​ເໝາະ​ສົມ ມາ​ໝູນ​ໃຊ້​ເຂົ້າ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ ສ​ປ​ປລາວ.
ກອງປະຊຸມໄດ້ຮັບຟັງການສະເໜີ​ບົດ​ຮຽນ​ 7 ຫົວຂໍ້: 1. ພາລະບົດບາດ, ຄວາມຮັບຜິດຊອບ ແລະ ທິດທາງໃນຕໍ່ໜ້າ ຂອງ ສສຂ; 2. ການເຮັດວຽກຂອງ ສສຂ ທີ່ມີປະສິດທິພາບ: ປະສົບການຈາກສາກົນ ແລະ ບົດຮຽນຈາກການເຮັດວຽກຕົວຈິງ; ການສະໜັບສະໜູນວຽກງານບຸລິມະສິດການພັດທະນາລະດັບຊາດ ແລະ ແຂວງ; 3. ການຕິດ ຕາມກວດກາຕົວຈິງຂອງສະພາປະຊາຊົນແຂວງ: ເຄື່ອງມື, ກົນໄກ ແລະ ການຕິດຕາມກວດກາດ້ານງົບປະມານ; 4. ການພົບປະ ແລະ ການມີສ່ວນຮ່ວມກັບປະຊາຊົນ, ການສື່ສານຂອງສະພາ: ປະສົບການຂອງສາກົນ ແລະ ເຄື່ອງມືທີ່ນຳໃຊ້ຕົວຈິງ; 5. ນະວັດຕະກໍາ ແລະ ຫັນປ່ຽນເປັນດິຈິຕອນ ສໍາລັບ ສສຂ: ການນໍາໃຊ້ປັນຍາປະດິດ (AI), ເຝິກປະຕິບັດ ແລະ ສົນທະນາ ລວມທັງການນໍາສະເໜີ; 6. ວຽກງານຕິດຕາມກວດກາຜ່ານການພັດທະນາ ແລະ ນຳໃຊ້ຄູ່ມືການຕິດ ຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; 7. ການວາງແຜນສຳລັບການພັດທະນາ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຈັດກຸ່ມສົນທະນາຕາມຄໍາຖາມແຕ່ລະຫົວຂໍ້, ນໍາສະເໜີແຜນ ແລະ ບົດຮຽນ ຈາກຕາງໜ້າຂອງແຕ່ລະກຸ່ມ.
(ສອນສັກ ວັນວິໄຊ