ສະພາປະຊາຊົນແຂວງ  ຍົກລະດັບການນໍາໃຊ້ AI  ເຂົ້າໃນການບໍລິຫານວຽກງານ.

ສ.ຫ. 24, 2026

ວັນທີ 21 ສິງຫາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ AI (Artificial Intelligence) ຫຼື ປັນຍາປະດິດ ແລະ ເຕັກນິກການຮ່າງ,​ ກວດກາເອກະສານທາງການ ໃຫ້ແກ່ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີຄະນະກໍາມະການ, ຄະນະຫ້ອງວ່າການສະພາປະຊາຊົນແຂວງ, ວິທະຍາກອນຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ ຕະຫຼອດຮອດສຳມະນາກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ   ໂອກາດນີ້, ທ່ານ ພູວັນ ພົມມະຈັນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ໃນຍຸກປັດຈຸບັນ, ພວກເຮົາກໍາລັງກ້າວເຂົ້າສູ່ ຍຸກດີຈີຕອນ  ຢ່າງເຕັມຮູບແບບ, ເຊິ່ງການພັດທະນາເຕັກໂນໂລຊີໄດ້ດໍາເນີນໄປຢ່າງວ່ອງໄວ ແລະ ເຂົ້າມາມີບົດບາດສໍາຄັນໃນທຸກກົນໄກການເຮັດວຽກ, ສະນັ້ນ, ເພື່ອຮັບປະກັນໃນການປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ໃຫ້ມີປະສິດທິພາບ, ການຮ່າງ ແລະ ກວດກາເອກະສານທາງການ ແມ່ນເຄື່ອງມື ແລະ ມີຄວາມຈໍາເປັນທີ່ຂາດບໍ່ໄດ້, ການນໍາໃຊ້ເຕັກໂນໂລຊີທັນສະໄໝເຊັ່ນ: ປັນຍາປະດິດ (AI) ເຂົ້າມາຊ່ວຍໃນການເຮັດວຽກ, ເນັ້ນໃສ່ການຄິດວິເຄາະ, ຮຽນຮູ້, ແກ້ໄຂບັນຫາການຕັດສິນໃຈ ແລະ ການຄຸ້ມຄອງບໍລິຫານໃຫ້ມີປະສິດທິພາບສູງຂຶ້ນດ້ວຍບາດກ້າວຫັນປ່ຽນໃໝ່ຢ່າງເຂັ້ມແຂງ, ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງສະພາປະຊາຊົນແຂວງ ໄດ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນ: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການຮ່າງເອກະສານທາງການ; ຮັບປະກັນການເປັນເສນາທິການດ້ານເນື້ອໃນ ເພື່ອຮັບໃຊ້ວຽກງານຂອງສະພາປະຊາຊົນແຂວງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານເຂົ້າຮ່ວມກອງປະຊຸມ ແລກປຽນສົນທະນາບາງບົດຮຽນ, ບາງປະສົບການຮ່ວມກັບ ວິທະຍາກອນ, ແນ່ໃສ່ຍົກສູງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມສາມາດຕ່າງໆ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໄປຕາມແຕ່ລະເງື່ອນໄຂຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 1 ວັນ, ພ້ອມກັນຄົ້ນຄວ້າຮຽນ​ຮູ້, ແລກປ່ຽນສົນທະນາຮ່ວມ​ກັນ ກ່ຽວກັບຫົວຂໍ້ບົດຮຽນກ່ຽວກັບປັນຍາປະດິດ (AI),ບົດຮຽນກ່ຽວກັບ ເຕັກນິກການຮ່າງເອກະສານທາງການ ແລະ ການກວດກາດ້ານເຕັກນິກຂອງເອກະສານທີ່ຖືກຕ້ອງ.

(ວິນັດ)