ປະກາດສ້າງຕັ້ງຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງດາກຈຶງ

ສ.ຫ. 23, 2026

        ວັນທີ 21 ສິງຫາ 2026 ນີ້, ເມືອງດາກຈຶງ ແຂວງເຊກອງ ໄດ້ມີພິທີປະກາດສ້າງຕັ້ງຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງຂອງເມືອງ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງດາກຈຶງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະກຳມະການປົກຄອງຕາແສງ ແລະ ແຂກຖືກເຊີນອ້ອມຂ້າງເມືອງເຂົ້າຮ່ວມ.
       ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການກະກຽມສ້າງຕັ້ງຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໂດຍສັງເຂບ ແລະ ບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 94/ຄປຈ, ລົງວັນທີ 22/07/2026 ວ່າດ້ວຍການສ້າງຕັ້ງຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ; ມະຕິ ສະບັບເລກທີ 95/ຄປຈ, ລົງວັນທີ 22/07/2026 ວ່າດ້ວຍການຮັບຮອງເອົາກົງຈັກຂອງສະພາປະຊາຊົນແຂວງເຊກອງ, ການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ຫົວໜ້າຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ດາກຈຶງ ຄື: ຕົກລົງແຕ່ງຕັ້ງ ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງດາກຈຶງ ແລະ ທ່ານ ແກ້ວໄຊ ອິນທະໜອມ ເປັນຮອງຫົວໜ້າຄະນະ
ພ້ອມທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງດາກຈຶງ.
ພ້ອມນີ້, ຍັງໄດ້ປະກາດແຕ່ງຕັ້ງ ທ່ານ ບຸນລົງ ດວງພະຈັນ ຄະນະພັກຮາກຖານ, ຫົວໜ້າໜ່ວຍງານກວດກາ ຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນຮອງຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງດາກຈຶງ ແລະ ປະກາດການສ້າງຕັ້ງໜ່ວຍພັກຮາກຖານ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງດາກຈຶງ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ແກ້ວໄຊ ອິນທະໜອມ ເປັນເລຂາໜ່ວຍພັກ ແລະ ແຕ່ງຕັ້ງສະຫາຍ ບຸນລົງ ດວງພະຈັນ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ.
#ໂດຍ: ນາລີວັນ