ກໍາມະບານຮາກຖານ ສພຂ ເຊກອງ ປະເມີນ 5 ເປັນເຈົ້າ ປະຈຳ ປີ 2026

ສ.ຫ. 23, 2026

        ຕອນເຊົ້າວັນທີ 20 ສິງຫາ 2026 ນີ້, ກໍາມະບານຮາກຖານ ສະພາປະຊາຊົນແຂວງ ເຊກອງ (ສພຂ) ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026 ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ປອ ຕຸລາວັນ ວົງໄຊ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະກໍາມະບານຮາກຖານ ສະພາປະຊາຊົນແຂວງ, ຫົວໜ້າຈຸ, ຮອງຈຸ ພ້ອມດ້ວຍສະມາຊິກກໍາມະບານ ພາຍໃນຮາກຖານດັ່ງກ່າວເຂົ້າຮ່ວມ.
         ສະຫາຍ ລໍາໄພ ທອງສາວົງ ຮອງປະທານກໍາມະບານຮາກຖານ ສະພາປະຊາຊົນແຂວງ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ ກໍາມະບານຮາກຖານສະພາປະຊາຊົນແຂວງ ກໍຄືສະມາຊິກພາຍໃນຮາກຖານ ໄດ້ເປັນເຈົ້າການຝຶກຝົນຫຼໍຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄວາມຈົງຮັກພັກດີຕໍ່ຊາດຕໍ່ປະຊາຊົນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິເຄົາລົບຕໍ່ລະບຽບກົດໝາຍ, ເປັນເຈົ້າການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ຮັບປະກັນການຈັດຕັ້ງປະຕິບັດ 03 ພາລະບົດບາດ ຂອງສະພາປະຊາຊົນແຂວງ, ເວລາໃດກໍເປັນເຈົ້າການພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມດທາງດ້ານທິດສະດີ-ການເມືອງ, ວິຊາສະເພາະ, ມີເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.              ພ້ອມດຽວກັນນັ້ນ, ຍັງໄດ້ເປັນເຈົ້າການພັດທະນາການຈັດຕັ້ງ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ມາເປັນແຜນການ, ແຜນງານ, ໂຄງການ, ກິດຈະກໍາ ແລະ ຮູ້ນໍາພາຈັດຕັ້ງ ຢ່າງມີປະສິດທິຜົນສູງ. ກອງປະຊຸມຍັງໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026 ຢ່າງມີຈຸດສຸມ.  ໂອກາດດັ່ງກ່າວ, ສະຫາຍ ປອ ຕຸລາວັນ ວົງໄຊ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ສະມາຊິກກໍາມະບານທຸກສະຫາຍ ເອົາໃຈໃສ່ສູງໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ, ສຶກສາອົບຮົມການເມືອງແນວຄິດ ໜັກແໜ້ນເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນພາຍໃນ, ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານ, ສືບຕໍ່ພັດທະນາຕົນເອງເປັນແບບຢ່າງທີ່ດີ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
#ໂດຍ: ນາລີວັນ