ພິທີປາຖະກະຖາວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2026 ທີ່ສະໂມສອນຫ້ອງວ່າການແຂວງ ເຊິ່ງໃຫ້ກຽດປາຖະກະຖາໂດຍທ່ານ ພອນເພັດ ຄິວລະວົງ ອະດີດຮອງເລຂາພັກແຂວງ, ອະດີດປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16, ອະດີດປະທານສະພາປະຊາຊົນແຂວງ ເຊກອງ ຊຸດທີ III, ມີການນໍາພັກ-ລັດ ຂອງແຂວງ, ພະນັກງານບໍານານອາວຸໂສປະຕິວັດ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າ, ສະມາຊິກພັກ ແລະ ພະນັກງານນໍາພາຫລັກແຫລ່ງ ເຂົ້າຮ່ວມ.
ທ່ານ ພອນເພັດ ຄິວລະວົງ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມໝາຍສໍາຄັນ ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ໂດຍສັງເຂບ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ ທີ່ໄດ້ຖືກຫັນມາເປັນກົດໝາຍພື້ນຖານ ຂອງລັດເຮົາ ຊຶ່ງເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງລັດເຮົາ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ທັງເປັນພື້ນຖານ ໃຫ້ແກ່ການພັດທະນາກົດໝາຍຂອງປະເທດເຮົາ ໃຫ້ເປັນລະບົບ, ຄົບຊຸດ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ລັດຖະທຳມະນູນ ສະບັບທຳອິດ ແຫ່ງ ສປປ ລາວ ຖືກຮັບຮອງ ໃນວັນທີ 14 ສິງຫາ 1991 ແລະ ປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເປັນເຫດການ ການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍອັນໃໝ່ ແຫ່ງການຫັນໄປສູ່ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍ, ເຊິ່ງມັນສ່ອງແສງໃຫ້ເຫັນ ເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກປະຊາຊົນ ປະຕິວັດລາວ ທັງເປັນການຢັ້ງຢືນຕໍ່ໂລກ ກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.
ພ້ອມນັ້ນ, ຍັງໄດ້ຮັບຟັງກ່ຽວກັບການຕີລາຄາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ຈາກທ່ານ ປອ ຕຸລາວັນ ວົງໄຊ ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຕື່ມອີກ.
#ໂດຍ: ນາລີວັນ.

