ກຳມາທິການວັດທະນາທໍາ ແລະ ຊົນເຜົ່າ ສະພາແຫ່ງຊາດ ເຮັດວຽກຢູ່ແຂວງຫລວງນ້ຳທາ

ສ.ຫ. 20, 2026

ໃນລະຫວ່າງວັນທີ 18-19 ສີງຫາ 2026 ກຳມາທິການວັດທະນາທໍາ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມກວດກາມະຕິກອງປະຊຸມສະພາແຫ່ງຊາດ ຢູ່ແຂວງຫລວງນ້ຳທາ ແລະ ໄດ້ຈັດກອງປະຊຸມຮ່ວມພະແນກການຂົງເຂດວັດທະນາທໍາ ແລະ ຊົນເຜົ່າຂອງແຂວງ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍກາານເປັນປະທານຂອງ ທ່ານ ແກ້ວຈະເລີນ ເຊຍຢີ້ງຢາງ ຮອງປະທານກຳມາທິການວັດທະນາທໍາ ແລະ ຊົນເຜົ່າ, ເຂົ້າຮ່ວມຂອງທ່ານ ເພັດສະຫວັນ ຈິດດາລາ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນາທໍາ ແລະ ຊົນເຜົ່າ, ມີສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ຂອງແຂວງເຂົ້າຮ່ວມ 30 ຄົນ.

ໃນກອງປະຊຸມ ທ່ານ ເພັດສະຫວັນ ຈິດດາລາ ໄດ້ກ່າວຕ້ອນຮັບກຳມາທິການວັດທະນາທໍາ ແລະ ຊົນເຜົ່າ ສະພາແຫ່ງຊາດ ທີ່ໄດ້ລົງເຄື່ອນໄຫວ, ທີ່ໄດ້ເປັນຫ່ວງ ຕໍ່ການພັດທະນາວຽກງານວັດທະນາທໍາສັງຄົມ ແລະ ຊົນເຜົ່າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຈຸດປະສົງໃນການລົງເຮັດວຽກຄັ້ງນີ້ ເພື່ອຕິດຕາມບັນດາຄາດໝາຍຂົງເຂດວັດທະນາທໍາ ແລະ ຊົນເຜົ່າ ທີ່ມີຄວາມສ່ຽງບໍ່ບັນລຸຕາມມະຕິສະພາແຫ່ງຊາດ ກຳນົດ; ພ້ອມດຽວກັນ ກອງປະຊຸມໄດ້ຮັບຟັງບັນດາພະແນການທີ່ກ່ຽວຂ້ອງລາຍງານຫຍໍ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ທີ່ຕິດພັນກັບ ຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໂດຍສຸມໃສ່ຄາດໝາຍ ຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ຄື: 13 ຄາດໝາຍຂົງເຂດສຶກສາທິການ ແລະ ກິລາ, 14 ຄາດໝາຍຂົງເຂດສາທາລະນະສຸກ, 07 ຄາດໝາຍຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ, 08 ຄາດ ໝາຍຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ກາແດງແຫ່ງຊາດລາວ, ຕິດຕາມກວດກາວຽກງານຊົນເຜົ່າ ແລະ ສາສະໜາ, ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດ ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ,

ແລະວັນທີ 19 ສິງຫາ 2026 ກຳມາທິການວັດທະນາທໍາ ແລະ ຊົນເຜົ່າ ສະພາແຫ່ງຊາດ ຮ່ວມຄະນະກຳມະການວັດທະນາທໍາ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ ຍັງໄດ້ລົງເຄື່ອນໄຫວຕິດຕາມກວດກາເຮັດວຽກຢູ່ເມືອງວຽງພູຄາ ແຂວງຫລວງນ້ຳທາ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ບັນດາຄາດໝາຍໃນຂົງເຂດວັດທະນາທໍາ ແລະ ຊົນເຜົ່າ ຢູ່ພາຍໃນເມືອງ;