(ສພຊ) – ວັນທີ 19 ສິງຫານີ້, ກະຊວງປ້ອງກັນປະເທດ ໄດ້ຈັດປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຊິ່ງມີ ພົທ. ວົງສອນ ອິນປານພິມ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ; ຄະນະນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ; ຕາງໜ້າຄະນະພັກ-ຄະນະບັນຊາ, ອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງສໍານັກງານກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນຂອງວັນລັດຖະທຳມະນູນແຫ່ງຊາດ ພ້ອມທັງທົບທວນຄືນຂະບວນການສ້າງ, ປັບປຸງ ແລະ ພັດທະນາລັດຖະທຳມະນູນ ຕະຫຼອດໄລຍະ 35 ປີ ຜ່ານມາ ເຊິ່ງລັດຖະທໍາມະນູນ ແມ່ນກົດໝາຍພື້ນຖານຂອງຊາດ ແລະ ເປັນຫຼັກການສຳຄັນທີ່ກຳນົດຮູບແບບລະບົບການເມືອງ, ໂຄງສ້າງອຳນາດລັດ, ສິດ ແລະ ໜ້າທີ່ຂອງພົນລະເມືອງ ພ້ອມທັງກຳນົດຫຼັກການພື້ນຖານສຳລັບການພັດ ທະນາປະເທດ; ລັດຖະທຳມະນູນ ຍັງເປັນພື້ນຖານໃຫ້ກົດໝາຍອື່ນໆ ແລະ ການດຳເນີນງານຂອງອົງການລັດ ຕ້ອງສອດຄ່ອງ ແລະ ບໍ່ຂັດກັບລັດຖະທຳມະນູນ.
ພາຍຫຼັງປະເທດໄດ້ຮັບການສະຖາປະນາ, ພັກ ແລະ ລັດ ໄດ້ວາງພາລະກິດຍຸດທະສາດສອງດ້ານຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ; ຕໍ່ມາ, ຫຼັງຈາກກຳນົດແນວທາງປ່ຽນແປງໃໝ່ຮອບດ້ານ, ສະພາບການພັດທະນາຂອງປະເທດ ໄດ້ຮຽກຮ້ອງໃຫ້ມີການຈັດວາງຫຼັກການທາງກົດໝາຍໃຫ້ຊັດເຈນ, ເປັນເອກະພາບ ແລະ ເໝາະສົມກັບພາລະກິດໃໝ່ຂອງຊາດ. ດ້ວຍເຫດນັ້ນ, ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນປີ 1991 ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນສະບັບທຳອິດຂອງ ສປປລາວ ແລະ ປະທານປະເທດ ປະກາດໃຊ້ໃນວັນທີ 15 ສິງຫາ 1991, ການປະກາດໃຊ້ລັດຖະທຳມະນູນໃນວັນດັ່ງກ່າວ ຈຶ່ງຖືເປັນຄວາມໝາຍສຳຄັນຂອງການຫັນແນວ ທາງການປົກຄອງ ແລະ ການພັດທະນາປະເທດ ໃຫ້ດຳເນີນໄປຕາມລະບົບລັດຖະທຳມະນູນ ແລະ ກົດໝາຍ. ນັບແຕ່ປະກາດໃຊ້ເປັນຕົ້ນມາ, ລັດຖະທຳມະນູນໄດ້ຮັບການປັບປຸງໃຫ້ເໝາະສົມກັບແຕ່ລະໄລຍະຂອງການພັດທະນາ ໂດຍມີສະບັບປັບປຸງໃນປີ 2003, 2015 ແລະ 2025; ການປັບປຸງແຕ່ລະຄັ້ງ ມີຈຸດປະສົງເພື່ອສືບຕໍ່ພັດທະນາຂອບກົດໝາຍ, ປັບປຸງກົນໄກການບໍລິຫານລັດ ແລະ ຮັບໃຊ້ພາລະກິດການສ້າງສາປະເທດໃນແຕ່ລະໄລຍະ.
ສຳລັບກະຊວງປ້ອງກັນປະເທດ, ການຮໍ່າຮຽນ ແລະ ເຄົາລົບລັດຖະທຳມະນູນ ມີຄວາມໝາຍໂດຍກົງຕໍ່ການປະຕິບັດໜ້າທີ່ຂອງກຳລັງປ້ອງກັນປະເທດ; ກຳລັງປ້ອງກັນປະເທດ ຕ້ອງຢຶດໝັ້ນຕໍ່ຫຼັກການ, ປະຕິບັດໜ້າທີ່ຕາມກົດໝາຍ, ຮັກສາລະບຽບວິໄນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເຂດແດນ ແລະ ຄວາມສະຫງົບປອດໄພຂອງຊາດ ພ້ອມທັງຕ້ອງຮັບຮູ້ເຖິງສິດ ແລະ ໜ້າທີ່ຂອງຕົນ, ເຄົາລົບສິດອັນຊອບທຳຂອງປະຊາຊົນ ແລະ ຮັກສາຄວາມສາມັກຄີພາຍໃນຊາດ. ການລະນຶກເຖິງວັນລັດຖະທຳມະນູນ ຈຶ່ງບໍ່ແມ່ນພຽງການຈັດງານສະເຫຼີມສະຫຼອງເທົ່ານັ້ນ ແຕ່ເປັນການທົບທວນຄືນບົດຮຽນທາງປະຫວັດສາດ, ຍົກສູງຈິດສຳນຶກດ້ານນິຕິທໍາ ແລະ ເຕືອນໃຫ້ທຸກພາກສ່ວນຕັ້ງໜ້າປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ.
ການປາຖະກະຖາຄັ້ງນີ້ ເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນທະຫານ ໄດ້ຮູ້ເຖິງພາລະໜ້າທີ່, ສືບຕໍ່ຮັກສາຜົນງານຂອງບັນພະບຸລຸດ, ປະຕິບັດຕາມແນວທາງຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍ ພ້ອມກັນປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ໝັ້ນຄົງ ແລະ ພັດທະນາກ້າວໜ້າຢ່າງຍືນຍົງ.
ຄັດ ແລະ ຮຽບຮຽງຈາກເພຈ: Lao people’s Army News

