ລາວ-ຫວຽດນາມ ເສີມຂະຫຍາຍການແລກປ່ຽນບົດຮຽນດ້ານການສ້າງ ແລະ ປັບປຸງກົງຈັກລັດ

ສ.ຫ. 17, 2026

(ສພຊ) – ການສ້າງ ແລະ ປັບປຸງກົງຈັກລັດຢ່າງຕໍ່ເນື່ອງ ໂດຍສະເພາະອົງການນິຕິບັນຍັດສູງສຸດ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນຂອງລາວ ແລະ ຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສອງປະເທດຈຶ່ງໄດ້ເສີມຂະຫຍາຍການແລກປ່ຽນບົດຮຽນ, ປະສົບການ ແລະ ຮ່ວມມືກັນໃນຂົງເຂດການສ້າງກົງຈັກລັດ ກໍຄືອົງການນິຕິບັດຍັດ; ການຮ່ວມມືດັ່ງກ່າວ ເກີດຈາກຄວາມຄ້າຍຄືກັນຫຼາຍດ້ານ ທັງດ້ານປະຫວັດສາດ, ແນວທາງການພັດທະນາ, ອຸດົມການ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເປັນພື້ນຖານສຳຄັນຂອງສາຍພົວພັນ ລາວ-ຫວຽດນາມ. ການແລກປ່ຽນບົດຮຽນ ຈຶ່ງມີຄວາມສຳຄັນຕໍ່ການປັບປຸງກົງຈັກລັດໃຫ້ມີຄວາມກະທັດຮັດ, ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການໃໝ່; ດ້ວຍເຫດນັ້ນ, ສອງພັກ, ສອງລັດ ແລະ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຢ່າງສະໜິດແໜ້ນ, ແລກປ່ຽນບົດຮຽນ ແລະ ຮໍ່າຮຽນນໍາກັນຢ່າງປົກກະຕິ ໃນໄລຍະແຫ່ງການສ້າງ ແລະ ປັບປຸງກົງຈັກລັດ ກໍຄືອົງການນິຕິບັນຍັດສູງສຸດ ໃຫ້ສໍາເລັດສົມບູນຂຶ້ນ.
ສຳລັບ ສປປລາວ ພາຍຫຼັງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກາດສ້າງຕັ້ງ (ໃນວັນທີ 2 ທັນວາ 1975), ຄວາມຕ້ອງການຈັດຕັ້ງກົງຈັກລັດຄືນໃໝ່ ໄດ້ກາຍເປັນບັນຫາຮີບດ່ວນ. ຍ້ອນມີຄວາມຄ້າຍຄືກັນດ້ານອຸດົມການ ແລະ ເສັ້ນທາງກໍ່ສ້າງສັງຄົມໃໝ່; ສະນັ້ນ, ປະສົບການຂອງຫວຽດນາມໃນການຈັດຕັ້ງລັດ, ໃນນັ້ນ ມີສະພາແຫ່ງຊາດ – ອົງການນິຕິບັນຍັດສູງສຸດ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສໍາຄັນຂອງຊາດ ແມ່ນສຸດທີ່ສໍາຄັນ.
ພາຍຫຼັງໄຊຊະນະຂອງການຕໍ່ຕ້ານກັບອາເມລິກາເພື່ອກູ້ຊາດ, ໃນເດືອນທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດລາວ ໄດ້ຈັດຂຶ້ນ ແລະ ເລືອກເອົາສະເດັດເຈົ້າສຸພານຸວົງ ເປັນປະທານສະພາປະຊາຊົນສູງສຸດ ທັງເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນປະທານສະພາລັດຖະມົນຕີ. ແຕ່ປີ 1975-1991, ສະພາປະຊາຊົນສູງສຸດ ນອກຈາກປະກາດໃຊ້ກົດໝາຍສໍາຄັນຈຳນວນໜຶ່ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກການຈັດຕັ້ງລັດ ເຊິ່ງໃນນັ້ນມີກົດໝາຍວ່າດ້ວຍການຈັດຕັ້ງສະພາລັດຖະມົນຕີ, ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ (ປະກາດໃຊ້ປີ 1978), ຍັງມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີແຫ່ງຊາດ, ຄວາມປອງດອງຊາດ ແລະ ຮຳບາດແຜສົງຄາມ. ກົນໄກເສດຖະກິດຕະຫຼາດພາຍໃຕ້ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊັ່ນ: ນໍາໃຊ້ສາຍພົວພັນສິນຄ້າ-ເງິນຕາ, ລະບອບລາຄາດຽວ, ຫັນກົນໄກແຜນການລວມສູນແບບເກື້ອກູນ ໄປເທື່ອລະກ້າວ, ເປັນເຈົ້າຕົນເອງທາງດ້ານການເງິນ ແລະ ແຜນການຜະລິດ. ພິເສດ, ຕໍ່ໜ້າວິກິດການຂອງລະບົບສັງຄົມນິຍົມ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນແຕ່ວັນທີ 27-29 ມີນາ 1991 ໄດ້ຢືນຢັນຄືນວ່າ ທາດແທ້ການປະຕິວັດລາວ: “ພວມຢູ່ໃນໄລຍະສືບຕໍ່ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ”; ກອງປະຊຸມໃຫຍ່ຂອງພັກ ໄດ້ເອົາໃຈໃສ່ເປັນພິເສດເຖິງພາລະກິດການປ່ຽນແປງໃໝ່ໃນລະບົບການເມືອງ: “ການປ່ຽນແປງໃໝ່ລະບົບການເມືອງຢູ່ປະເທດເຮົາ ບໍ່ໄດ້ໝາຍເຖິງການປ່ຽນລະບອບການເມືອງໃນປັດຈຸບັນ ດ້ວຍລະບອບການເມືອງອື່ນ, ແຕ່ເພີ່ມທະວີການປັບປຸງທາງດ້ານການຈັດຕັ້ງຂອງລະບົບການເມືອງປະຊາທິປະໄຕປະຊາຊົນ ແລະ ປ່ຽນແປງວິທີການເຄື່ອນໄຫວບົນພື້ນຖານການກຳນົດພາລະບົດບາດ, ໜ້າທີ່ເຫດການການເມືອງທີ່ສໍາຄັນ. ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ V, ໃນວັນທີ 15 ສິງຫາ 1991, ສະພາປະຊາຊົນສູງສຸດ ຊຸດທີ II (ໄລຍະປີ 1989-1991) ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດ; ໃນໄລຍະປີ 1975-1991 ຂອງການຄຸ້ມຄອງ ແລະ ບໍລິຫານປະເທດຊາດທັງໝົດຂອງ ສປປລາວ ທີ່ບໍ່ມີລັດຖະທຳມະນູນ, ແຕ່ຕົ້ນຕໍແມ່ນໄດ້ປະຕິບັດຕາມບັນດາຄໍາສັ່ງ ແລະ ມະຕິຂອງພັກ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ແຕ່ວັນທີ 20-25 ກຸມພາ 1993, ສະພາປະຊາຊົນສຸງສຸດ ຊຸດທີ II ໄດ້ຖືກປ່ຽນແທນເປັນສະພາແຫ່ງຊາດ ຊຸດທີ III.
ນັບແຕ່ປີ 1992 ເປັນຕົ້ນມາ, ບັນດາສະຖາບັນກົງຈັກລັດຂອງ ສປປລາວ ໄດ້ປ່ຽນຊື່, ພາລະບົດບາດ ແລະ ໜ້າທີ່ຢ່າງຄົບຖ້ວນ ຕາມລັດຖະທຳມະນູນປີ 1991. ສະພາປະຊາຊົນສູງສຸດ ຖືກເອີ້ນວ່າ: ສະພາແຫ່ງຊາດ ໃນຖານະເປັນອົງການຕົວແທນແຫ່ງອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນ, ອົງການສິດອຳນາດແຫ່ງລັດ, ອົງການໜຶ່ງດຽວທີ່ມີສິດສ້າງລັດຖະທຳມະນູນ ແລະ ກົດໝາຍ, ອົງການທີ່ຕົກລົງບັນດາບັນຫາສໍາຄັນຂອງຊາດ, ຕິດຕາມກວດກາບັນດາການເຄື່ອນໄຫວຂອງລັດຖະບານ ໃນການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຊັ່ນດຽວກັນກັບຫວຽດນາມ; ນັບແຕ່ເວລານີ້ໄປ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບການເລືອກຕັ້ງ, ສະພາແຫ່ງຊາດ ສ້າງຕັ້ງກຳມາທິການ. ສະພາລັດຖະມົນຕີ ໄດ້ປ່ຽນຊື່ເປັນລັດຖະບານ ເຊິ່ງມີນາຍົກລັດຖະມົນຕີເປັນຫົວໜ້າ ໂດຍມີບັນດາກະຊວງ, ຄະນະກຳມະການ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ. ນັບແຕ່ນີ້ເປັນຕົ້ນໄປ, ໂຄງປະກອບການຈັດຕັ້ງຂອງກົງຈັກລັດ ເວົ້າລວມ, ສະພາແຫ່ງຊາດລາວ ເວົ້າສະເພາະ ແມ່ນມີຄວາມໝັ້ນຄົງ ແລະ ນັບມື້ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນກວ່າເກົ່າ.
ມາຮອດປັດຈຸບັນ, ສະພາແຫ່ງຊາດລາວ ເປັນອົງການສູງສຸດແຫ່ງອໍານາດລັດ, ໂດຍປະຊາຊົນເລືອກຕັ້ງໂດຍກົງ, ຕາງໜ້າຜົນປະໂຫຍດຂອງປະຊາຊົນ, ເປັນອົງການນິຕິບັນຍັດ, ຕົກລົງບັນຫາສໍາຄັນຂອງຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ສະພາແຫ່ງຊາດ ມີສິດເລືອກຕັ້ງ ຫຼື ປົດຕຳແໜ່ງປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ; ເລືອກຕັ້ງ ຫຼື ປົດຕຳແໜ່ງປະທານປະເທດ, ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ; ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ຫຼື ປົດຕຳແໜ່ງນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ; ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ, ແຕ່ງຕັ້ງ ຫຼື ປົດຕຳແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ. ສະພາແຫ່ງຊາດລາວແຕ່ລະຊຸດ ມີອາຍຸ 5 ປີ.
ສະນັ້ນ, ຄວາມຕ້ອງການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນການສ້າງກົງຈັກການຈັດຕັ້ງລັດໃຫ້ສໍາເລັດ ເວົ້າລວມ, ອົງການນິຕິບັນຍັດ ແລະ ອົງການຕິດຕາມກວດກາຕາມກົດໝາຍກຳນົດ ຂອງສະພາແຫ່ງຊາດສອງປະເທດລາວ ແລະ ຫວຽດນາມ ເວົ້າສະເພາະ ແມ່ນມີຄວາມຕ້ອງການສູງສຸດ; ສິ່ງເຫຼົ່ານີ້ ເກີດຈາກຄວາມຮຽກຮ້ອງຕ້ອງການຕົວຈິງຂອງການກໍ່ສ້າງ, ປົກປັກຮັກສາ ແລະ ສ້າງລະບອບໃໝ່ໃຫ້ສົມບູນພາຍຫຼັງໄຊຊະນະຂອງການປະຕິວັດຊາດປະຊາທິປະໄຕຂອງປະຊາຊົນ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ລາວ-ຫວຽດນາມ ກໍຄືຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່ໃນທົ່ວປະເທດ ພາຍໃຕ້ການນໍາພາຢ່າງເດັດຂາດຮອບດ້ານຂອງພັກກຳອຳນາດຢູ່ແຕ່ລະປະເທດ, ສອດຄ່ອງກັບສາຍພົວພັນຢ່າງສະເໝີຕົ້ນສະເໝີປາຍສະໜິດແໜ້ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ.
ຄັດຈາກເພຈ: ປະເທດລາວ Pathedlao
ພາບປະກອບ