ບົດສະດຸດີເຖິງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ
ກ່າວໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ປະທານຄະນະຮັບຜິດຊອບງານຊາປະນະກິດສົບລະດັບຊາດ
(ເວລາ 13:00 ໂມງ, ວັນທີ 12/8/2026, ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ)
– ຂໍນ້ອມນະມັດສະການພະເຖລາ ນຸເຖລະ;
– ຮຽນບັນດາທ່ານ, ບັນດາສະຫາຍການນຳ, ອະດີດການນຳ ພັກ-ລັດ ທີ່ນັບຖື;
– ບັນດາທ່ານ, ບັນດາສະຫາຍແຂກຕ່າງປະເທດ ທີ່ນັບຖື;
- ເພື່ອນມິດສະຫາຍທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ຮັກແພງທັງຫຼາຍ.
ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມື້ນີ້, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປລາວ, ສູນກາງແນວລາວສ້າງຊາດ, ຄອບຄົວພົມວິຫານ ຮ່ວມກັບບັນດາອົງການຈັດຕັ້ງໃນລະບົບການເມືອງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຊາປະນະກິດສົບລະດັບຊາດຂຶ້ນ ເພື່ອອໍາລາສະຫາຍ ໄຊສົມພອນ ພົມວິຫານ ເປັນຄັ້ງສຸດທ້າຍ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ເຂດທີ່ໝັ້ນປະຕິວັດ ທີ່ບ້ານນາແມວ, ເມືອງຊໍາເໜືອ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍໄດ້ສ້າງຄອບຄົວກັບນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຍິງ 1.
ສະຫາຍໄດ້ກໍາເນີດ ແລະ ເຕີບໃຫຍໃນໄລຍະທີ່ປະເທດຊາດຢູ່ໃນສະພາວະສົງຄາມ ແລະ ໄດ້ດໍາລົງຊີວິດຕິດພັນກັບສະພາບແວດລ້ອມຂອງຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ຢູ່ໃນຄວາມໂອບເອື້ອອາລີຂອງຄອບຄົວ ແລະ ຖັນແຖວພະນັກງານ-ນັກຮົບປະຕິວັດ. ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຮູ້ເຂົ້າໃຈສະພາບການບ້ານເມືອງໄດ້ເປັນຢ່າງດີ, ມີຄວາມຕື່ນຕົວ ແລະ ຕັດສິນໃຈເດີນຕາມເສັ້ນທາງປະຕິວັດແຕ່ຍາມເຍົາໄວ.
· ເລີ່ມຕົ້ນຈາກປີ 1962 ອາຍຸໄດ້ 6 ປີ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອອກຈາກຄອບຄົວໄປຮຽນຊັ້ນປະຖົມ ແລະ ມັດທະຍົມ ຢູ່ ສສ.ຫວຽດນາມ ແລະ ສປຈີນ ແລະ ກັບຄືນມາຮັບໃຊ້ວຽກງານໃນຖັນແຖວກໍາລັງປະກອບອາວຸດ ຢູ່ເມືອງວຽງໄຊ, ແຂວງຫົວພັນ ຈົນຮອດປີ 1976.
· ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ສະຫາຍໄດ້ຖືກຄັດເລືອກຈາກການຈັດຕັ້ງ ໃຫ້ໄປຮຽນລະດັບປະລິນຍາຕີ ແລະ ປະລິນຍາໂທ ຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ (ໂລໂມໂນຊົບ) ສະຫະພາບໂຊວຽດ ແລະ ຕໍ່ມາໄດ້ຖືກແຕ່ງຕັ້ງໃຫ້ໄປຮຽນຕໍ່ທີ່ສະຖາບັນບັນດິດວິທະຍາສາດສັງຄົມມົດສະກູ ສະຫະພາບໂຊວຽດ ຈົນສາມາດຄົ້ນຄວ້າ ແລະ ປ້ອງກັນຈົບປະລິນຍາເອກດ້ານເສດຖະສາດການເມືອງ ກັບມາປະເທດ.
· ສະຫາຍ ໄຊສົມພອນ ພົມວິຫານ ແມ່ນນັກຮຽນຮູ້ປັນຍາຊົນປະຕິວັດທີ່ດີເດັ່ນຜູ້ໜຶ່ງຂອງພັກ-ລັດພວກເຮົາ ທີ່ໄດ້ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຂຶ້ນຢ່າງເປັນລະບົບໃນຂະບວນການວຽກງານຕົວຈິງ, ເລີ່ມຈາກເປັນພະນັກງານວິຊາການ, ເປັນອາຈານສອນ ໄດ້ກ້າວຂຶ້ນມາເປັນພະນັກງານນຳພາຫຼັກແຫຼ່ງທີ່ສູງຂຶ້ນຕາມແຕ່ລະຂັ້ນ ຂຶ້ນມາຈົນເປັນການນໍາຍຸດທະສາດຂອງພັກ ແລະ ລັດເຮົາ.
· ປີ 1989-1991 ສະຫາຍໄດ້ດໍາລົງຕໍາແໜ່ງເປັນຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
· ປີ 1991 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກ, ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ; ດໍາລົງຕໍາແໜ່ງເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ.
· ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນນະເຂດ.
· ປີ 1995-1997 ເປັນກໍາມະການສູນກາງພັກ ສະໄໝທີ VI, ເປັນລັດຖະມົນຕີກະຊວງການເງິນ.
· ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
· ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປລາວ.
· ປີ 2006-2010 ເປັນກໍາມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ ທັງຄວບຕຳແໜ່ງປະທານກຳມາທິການການຕ່າງປະເທດ.
· ປີ 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
· ກອງປະຊຸມໃຫຍ່ຄັ້ງທີ X ໃນປີ 2016, ຄັ້ງທີ XI ໃນປີ 2021 ແລະ ຄັ້ງທີ XII ໃນປີ 2026 ສະຫາຍ ໄຊສົມພອນ ພົມວິຫານ ສືບຕໍ່ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ ແລະ ເປັນກໍາມະການກົມການເມືອງສູນກາງພັກ.
· ເດືອນ 6/2016-2020 ເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X.
· ເດືອນ 3/2021 ເປັນປະທານສະພາແຫ່ງຊາດ ຊຸດທີ IX.
· ເດືອນ 3/2026 ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ອີກເປັນສະໄໝທີ 2 ຈົນເຖິງວັນສິ້ນລົມຫາຍໃຈສຸດທ້າຍ.
ບັນດາທ່ານ, ບັນດາສະຫາຍ;
ແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ເພື່ອນມິດ, ຍາດພີ່ນ້ອງທີ່ຮັກແພງທັງຫຼາຍ.
ຕະຫຼອດໄລຍະ 5 ທົດສະວັດກວ່າ ທີ່ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງພັກ-ລັດ ແລະ ໄດ້ຮັບການຢັ້ງຢືນວ່າ ສະຫາຍແມ່ນນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ມີຄວາມຮູ້ຄວາມສາມາດທີ່ເລິກເຊິ່ງຫຼາຍດ້ານ, ມີວິໄສທັດກວ້າງໄກ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີມະໂນທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມຈົງຮັກພັກດີ-ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມ-ຮອບຄອບ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ; ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ; ສະຫາຍໄດ້ຜ່ານການຝຶກຝົນ, ທົດສອບໃນຫຼາຍຂົງເຂດວຽກງານ ເຊິ່ງໃນແຕ່ລະວຽກທີ່ຖືກມອບໝາຍ ລ້ວນແຕ່ໄດ້ຮັບຜົນສໍາເລັດ ແລະ ມີຜົນງານຢ່າງເປັນຮູບປະທໍາ.
ຕະຫຼອດຊີວິດແຫ່ງການປະຕິວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດ ສະຫາຍກໍດໍາລົງຊີວິດແບບລຽບງ່າຍ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນຈາກເພື່ອນສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຈາກເພື່ອນມິດສາກົນ.
ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນ ໃຫ້ດໍາລົງຕໍາແໜ່ງຍຸດທະສາດສໍາຄັນຕ່າງໆ ເປັນຕົ້ນ: ເປັນກໍາມະການສູນກາງພັກ 8 ສະໄໝ (ສະໄໝທີ V, VI, VII, VIII, IX, X, XI ແລະ XII); ເປັນກໍາມະການກົມການເມືອງສູນກາງພັກ 3 ສະໄໝ (ສະໄໝທີ X, XI ແລະ XII); ເປັນປະທານສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X; ເປັນປະທານສູນກາງແນວລາວສ້າງຊາດ 1 ສະໄໝ; ເປັນສະມາຊິກສະພາແຫ່ງຊາດ 7 ຊຸດ (ຊຸດທີ IV, V, VI, VII, VIII, IX ແລະ X).
ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ທຸ່ມເທສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍນັ້ນ, ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ ແລະ ລັດຂອງພວກເຮົາ ແລະ ຈາກເພື່ອນມິດສາກົນ ເປັນຈຳນວນຫຼວງຫຼາຍ ເຊັ່ນ:
+ ໄດ້ຮັບຫຼຽນໄຊປະເພດຕ່າງໆ ຈໍານວນ 17 ຫຼຽນ ຄື:
1. ຫຼຽນໄຊອິດສະຫຼະຊັ້ນ I 2 ຫຼຽນ;
2. ຫຼຽນໄຊອິດສະຫຼະຊັ້ນ II 2 ຫຼຽນ;
3. ຫຼຽນໄຊແຮງງານຊັ້ນ I 3 ຫຼຽນ;
4. ຫຼຽນໄຊແຮງງານຊັ້ນ II 5 ຫຼຽນ;
5. ຫຼຽນໄຊແຮງງານຊັ້ນ III 5 ຫຼຽນ.
ນອກຈາກນັ້ນ, ຍັງໄດ້ຮັບຫຼຽນໄຊດາວຄຳ ແລະ ຫຼຽນໄຊ ໂຮ່ ຈິ ມິນ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ພ້ອມກັນນັ້ນ, ຍັງໄດ້ຮັບຫຼຽນກຽດຕິຍົດລະດັບສູງ, ຫຼຽນກາ, ຫຼຽນກາລະນຶກ ຈາກທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 22 ຫຼຽນ.
ບັນດາທ່ານ, ເພື່ອນມິດສະຫາຍ ທີ່ຮັກແພງທັງຫຼາຍ.
ນັບແຕ່ເວລາທີ່ສະຫາຍ ໄຊສົມພອນ ພົມວິຫານ ເລີ່ມມີອາການເຈັບເປັນ, ການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕ່າງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດຄວາມສາມາດ, ແຕ່ຍ້ອນພະຍາດຮ້າຍແຮງ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້. ສະຫາຍໄດ້ສິ້ນລົມຫາຍໃຈ ແລະ ຈາກພວກເຮົາໄປຢ່າງສະຫງົບ ໃນເວລາ 11 ໂມງ 18 ນາທີ ຂອງວັນທີ 8 ສິງຫາ 2026.
ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍທີ່ໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ກໍຄືປະເທດເຮົາ ສູນເສຍພະນັກງານການນຳຂັ້ນສູງ, ການນຳຍຸດທະສາດທີ່ສໍາຄັນ ໄປອີກສະຫາຍໜຶ່ງ ເຊິ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງ ໃຫ້ແກ່ພັກ-ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດ ຜູ້ຢູ່ໃກ້ ແລະ ໄກ ຢ່າງຫາອັນປຽບບໍ່ໄດ້.
ໃນເວລານາທີແຫ່ງຄວາມໂສກເສົ້າເສຍດາຍນີ້, ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຢຶດໝັ້ນອຸດົມການ, ທາດແທ້ປະຕິວັດຂອງພັກເຮົາຢ່າງເດັດດ່ຽວໜຽວແໜ້ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ກໍຄືຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນລາວທັງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ, ສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ວັດຖຸປະສົງສູງສຸດຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ກໍຄືຂອງສະຫາຍ ໄຊສົມພອນ ພົມວິຫານ ໃຫ້ປາກົດຜົນເປັນຈິງ. ພ້ອມນັ້ນ, ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ສືບຕໍ່ໄປ.
ສະຫາຍ ໄຊສົມພອນ ພົມວິຫານ ທີ່ອາໄລຮັກ,
ສະຫາຍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາແລ້ວ, ແຕ່ພັກ-ລັດ, ພະນັກງານ, ສະມາຊິກພັກ ແລະ ປວງຊົນລາວທັງຊາດ ຈະຂໍຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດຕະຫຼອດໄລຍະ 50 ກວ່າປີທີ່ຜ່ານມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລືມ.
ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ໄດ້ຕິດພັນກັບໄລຍະປະຫວັດສາດຂອງຊາດລາວ ແລະ ພາລະກິດປະຕິວັດຂອງພັກເຮົາ ແລະ ຈະຝັງແໜ້ນຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.
ພວກເຮົາຂໍອຳລາສະຫາຍເປັນຄັ້ງສຸດທ້າຍ, ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູ່ສຸຄະຕິເຖີ້ນ!
ຂໍເຊີນບັນດາທ່ານ, ບັນດາສະຫາຍ ລຸກຂຶ້ນ ກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ 1 ນາທີ (ຂໍເຊີນ)
(ຂໍຂອບໃຈ)

