ສະພາປະຊາຊົນແຂວງຫຼວງນໍ້າທາ ມອບເຄື່ອງຊ່ວຍເຫລືອບັນເທົາທຸກໄພນໍ້າຖ້ວມ

ສ.ຫ. 12, 2026

ໃນວັນທີ 11 ສິງຫາ 2026 ເນື່ອງຈາກຝົົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ພາໃຫ້ນ້ໍາຫ້ວຍຫລາຍສາຍໄຫລພັດເຂົ້າເຮືອນຂອງປະຊາຊົນຢ່າງໄວວາ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບສົມຄວນເປັນຕົ້ນແມ່ນ ເຮືອນ,ຊັບສິນ, ຜົນລະປູກ, ສັດລ້ຽງ ມາໃນວັນທີ 12 ສິງຫາ 2026, ທ່ານບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຫຼວງນໍ້າທາ( ຜູ້ປະຈຳການ) ພ້ອມດ້ວຍຄະນະ,ສະມາຊິກສະພາປະຊາຊົນແຂວງ, ຫ້ອງວ່າການສະພາປະຊາຊົນແຂວງ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ເປັນຕົ້ນແມ່ນ ຜ້າຫົ່ມ, ໄຂ່,ໝີ່, ປອງປາ,ນ້ຳດື່ມ, ລວມມູນຄ່າທັງຫມົດ 14.000.000ກວ່າກີບ  ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງນີ້ຢູ່ ບ້ານນ້ຳດີ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຊິ່ງມີຜູ້ໄດ້ຮັບຜົບກະທົບ 27 ຄອບຄົວ  ທັງນີ້, ກໍເພື່ອເປັນການໃຫ້ກໍາລັງໃຈ  ແລະ ເປັນການບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບໃນຄັ້ງນີ້

ພາບຂ່າວ ອຳພອນ ສີປະເສີດ