ສະຖານທູດລາວປະຈຳຫວຽດນາມ ວາງພວງມາລາ ໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ

ສ.ຫ. 10, 2026

(ສພຊ) – ຕອນເຊົ້າວັນທີ 10 ສິງຫາ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ຄະນະພັກ, ຄະນະນຳສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ.ຫວຽດນາມ ນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສ.ຫວຽດນາມ ໄດ້ວາງພວງມາລາ ແລະ ຂຽນປຶ້ມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ທີ່ເສຍຊີວິດໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.
ໃນວັນດຽວກັນ, ການນຳຂັ້ນສູງພັກ-ລັດ ສສ.ຫວຽດນາມ ກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງນຳໂດຍສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ສະຫາຍ ເຈີ່ນ ເກີ້ມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ສະຫາຍ ໂດ้ ວັນ ຈຽນ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ; ສະຫາຍ ຫງວຽນ ຢຸຍ ຫງັອກ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍໄດ້ສ້າງຄອບຄົວກັບສະຫາຍ ນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງຂອງສູນກາງພັກ; ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິບໄຫວ, ເປັນຜູ້ມີປະສົບການຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ; ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ.
ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນລາວ ແລະ ໃນເວລາດຽວກັນ, ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍໄດ້ສູນເສຍເພື່ອນທີ່ຍິ່ງໃຫຍ່, ຜູ້ເປັນສະຫາຍທີ່ຈົງຮັກພັກດີ ແລະ ສະໜິດສະໜົມ.